ຈີນ​ຮຽກຮ້ອງ​ໃຫ້​ຟີ​ລິບ​ປິນ​ແກ້​ໄຂ​ເຫດການ​ເຮືອ​ຫາ​ປາ​ຂອງ​ຈີນ​ຖືກ​ລົບ​ກວນ

(GMT+08:00) 2011-10-21 19:06:41     cri
ວັນ​ທີ20​ຕຸລາ​ນີ້,ທ່ານ​ນາງ​ຈ່ຽງ​ອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ,ຈີນ​ໄດ້​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຕົນ​ຕໍ່​ຟີ​ລິບ​ປິນກ່ຽວ​ກັບ​ເຮືອ​ຫາ​ປາ​ຂອງ​ຈີນ​ຖືກ​ກຳ​ປັ່ນຮົບ​ຂອງ​ຟີ​ລິບ​ປິນລົບ​ກວນ​ຢູ່​ເຂດ​ທະ​ເລ​ນານ​ຊ່າ,ຈີນ​ຮຽກ​ຮ້ອງ​ໃຫ້​ຟີ​ລິບ​ປິນ​ສົ່ງ​ເຮືອ​ນ້ອຍ​ຄືນ​ໃຫ້​ຈີນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ກ່ຽວຂ້ອງ​ໃນ​ວັນ​ທີ20​ຕຸລາ​ນີ້,ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ,ວັນ​ທີ18​ຕຸລາ​ນີ້,ກ່ຳ​ປັ່ນ​ຮົບ​ລຳ​ໜຶ່ງ​ຂອງ​ຟີ​ລິບ​ປິນ​ໄດ້​ເຂົ້າ​ສູ່​ເຂດ​ທະ​ເລ​ໃກ້​ກັບ​ຫາດ​ລີ​ເຢ້​ຖ່ານ​ນານ​ຊ່າ​ຂອງ​ຈີນ,​ໃນ​ເວ​ລາ​ກ່ຳ​ປັ່ນ​ນີ້​ຢາກ​ເຂົ້າ​ໃກ້​ເຮືອ​ຫາ​ປາຈີນ​ທີ່​ພວມ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິ​ນັ້ນ,​ໃບ​ພັດ​ຂອງ​ກ່ຳ​ປັ່ນ​ໄດ້​ກ້ຽວ​ພັນ​ກັບ​ເຊືອກ​ຂອງ​ເຮືອ​ນ້ອຍ​ທີ່​ບໍ່​ມີ​ຄົນ​ຂັບ​ຈຳ​ນວນ​25​ລຳ​ທີ່​ເຮືອ​ຫາ​ປາ​ລາກ​ນັ້ນ​ຈົນ​ເຮັດ​ໃຫ້​ເຮືອ​ຫາ​ປາ​ຈີນ​ບໍ່​ສາ​ມາດ​ຄວບ​ຄຸມ​ເຮືອ​ນ້ອຍ​ເຫຼົ່າ​ນີ້​ໄດ້.​ປະ​ຈຸ​ບັນ,​ຊາວ​ປະ​ມົງ​ພ້ອມ​ດ້ວຍ​ເຮືອ​ຫາ​ປາ​ຂອງ​ຈີນ​ລ້ວນ​ແຕ່​ປອດ​ໄພ​ຢູ່.

ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ,ຈີນ​ມີ​ອະ​ທິ​ປະ​ໄຕ​ທີ່​ບໍ່​ສາມາດ​ໂຕ້​ຖຽງ​ໄດ້​ຕໍ່​ໝູ່​ເກາະ​ນານ​ຊ່າ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ບໍລິ​ເວນ​ອ້ອມ​ແອ້ມ.ຊາວ​ປະ​ມົງຂອງ​ຈີນ​ຫາ​ປາ​ຢູ່​ບ່ອນ​ທີ່​ເຄີຍ​ຫາ​ປາ​ເປັນ​ປະ​ຈຳ​ໃນ​ທຸກ​ເຊັ່ນ​ຄົນ​ຜ່ານ​ມານັ້ນ​ແມ່ນ​ຖືກ​ຕ້ອງ​ທີ່​ສຸດ.​ສ່ວນ​ການ​ກະທຳ​ຂອງ​ຟີ​ລິບ​ປິນ​ໄດ້​ທຳລາຍ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຊາວ​ປະມົງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ