ເງິນ​ທຶນ​​ເອກະຊົນ​ຈີນ​ຄອງ​ຄອຍ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ອາ​ຊຽນຢ່າງຮອບດ້ານ

(GMT+08:00) 2011-10-21 17:20:53     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 20 ຕຸລາ​ນີ້, ​ເວທີ​ປຶກສາ​ຫາລື​ເງິນ​ທຶນ​​ເອກະຊົນ​ຈີນ-​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ​ເຂດ​ກວາງຊີ​ຈີນ, ນັກທຸລະກິດ ​ແລະ ນັກປາ​ດວົງ​ການ​ກາ​ນ​ເງິນແຫ່ງ​ຕ່າງໆ​ຂອງ​ຈີນ ພ້ອມ​ກັນ​ຫາລື​ກົນ​ໄກຮ່ວມ​ມືລະຫວ່າງ​ເງິນ​ທຶນ​​ເອກະ​ຊົນ​ຈີນກັບ​ອາ​ຊຽນ.

ທ່ານ​ລີ​ວ​ເຈີ້​ຊີ່​ນ ປະທາ​ນຄະນະ​ກຳມະ​ການບໍລິສັດ​ຊາ​ກິ່ນ​ຮວ່າ​ກຸ້ຍ​ເຢີ​ນ​ຖາງເຂດ​ກວາງຊີ​ກ່າວ​ວ່າ, ທ່ານ​ຕິດ​ຕໍ່​ພົວພັນ​ກັບ​ບໍ​ລິ​ສັດ​ລົງທຶນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ເລື້ອຍໆ, ຮູ້ສຶກ​ວ່າ​ຂະໜາດ​ເງິນ​ທຶນ​​ເອກະຊົນ​ຂອງ​ຈີນ​ນັບ​ມື້​ນັບ​ໃຫຍ່​ຂຶ້ນ,​ເງິນ​ທຶນ​ເຫຼົ່າ​ນີ້​ມີ​ຄວາມ​ມຸ່ງ​ຫວັງ​ແຮງ​ກ້າ​ຢາກ​ເຂົ້າ​ສູ່​ປະ​ເທດ​ອາ​ຊຽນ. ອີງ​ຕາມ​ສະພາບ​ການ​ໃນ​ປັດຈຸບັນ, ບໍ່​ວ່າວິ​ສາ​ຫະກິດ​ຈີນ ຫຼື ອາ​ຊຽນ, ທະ​ແນມ​ແຕ່​ມີໂຄງການ​ດີ​ ​ເຂົາ​ເຈົ້າກໍ່​ຍິນ​ດີ​ລົງທຶນ.

ທ່ານນາງ​ອູ​ອ້າຍ​ຮົງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ຄ້າ​ຮຸ້ຍ​ເຟິ່ງມະຫາວິທະຍາ​ໄລ​ປັກ​ກິ່ງ​ກໍ່​ກ່າວ​ວ່າ, ປັດຈຸບັນ, ​ເງິ​ນທຶນ​​ເອກະຊົນ​ພາຍ​ໃນປະ​ເທດ​ຈີນພັດທະນາ​ຫຼາຍ​ທີ່​ສຸດ, ​ແຕ່​ສ່ວນ​ຫຼາຍ​ບໍ່​ຮູ້​ທິດ​ການ​ລົງທຶນ​, ການ​ພັດທະນາ​ຂອງ​ອາ​ຊຽນຕ້ອງການ​ເງິນ​ທຶນ​ຈຳນວນ​ຫຼວງ​ຫຼາຍ, ​​ແຕ່ເງິນ​ທຶນ​​ເອກະຊົນ​ຂອງ​ຈີນ​ມີ​ທ່າ​ແຮງ​ໃນ​ດ້ານ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ