ອິນ​ໂດ​ເນ​ເຊຍ​ຈະຢາກຕັ້ງສຳນັກງງານຜູ່​ຕາງຫນ້າຢູ່​ນະຄອນ​ນານ​ນິງ

(GMT+08:00) 2011-10-23 13:05:23     cri

ຕາມ​ຂ່າວ​ຈາກCRI:ວັນ​ທີ 22 ຕຸລາ​ນີ້,ທ່ານ​ມຸສທາຣ,ຜູ່​ຊ່ອຍ​ພິ​ເສດ​ຂອງ​ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ທີ່​​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ທີ 8 ກ່າວ​ວ່າ,ອິນ​ໂດ​ເນ​ເຊຍ​ຈະ​ພິຈາລະຈາຂໍ້​ສະ​ເຫ​ນີຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງເຂດ​ກວາງຊີ,​​ຄືຕັ້ງສຳນັກງານ​ຜູ່​ຕາງຫນ້າຢູ່​ນະຄອນ​ນານ​ນິງ.


ທ່ານ​ມຸສທາຣສະ​ເຫ​ນີວ່າ,ກ່ອນ​ອື່ນ,ພິຈາລະຈາການຕັ້ງສຳນັກງານຜູ່​ຕາງຫນ້າດ້ານ​ເສດຖະກິດ​ການ​ຄ້າ​ຢູ່ນະຄອນ​ນານ​ນິງ,ຖ້າ​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ແລ້ວ,ຈະ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ຕັ້ງສະຖານ​ກົງສຸນຢູ່​ນະຄອນ​ນານນິງ.

ພ້ອມ​ກັນ​ນັ້ນ,ທ່ານ​ຫວັງ​ຢາກ​ໃຫ້​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນລະຫວ່າງ​ທ້ອງ​ຖິ່ນກັບ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ,​ເພາະວ່າ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ລ້ວນ​​ແຕ່​ແມ່ນ​ປະ​ເທດ​ທີ່​ມີ​ດິນ​ແດນ​ອັນກວ້າງ​ໃຫຍ່​ໄພສານ,ທ່ານ​ຫວັງ​​ວ່າ ນັກ​ລົງທຶນ​ຂອງ​ຈີນ​ຢ່າເລັງ​ໃສ່​ເກາ​ະຈາ​ວາ​​ພຽງ​ແຫ່ງ​ດຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ