ຄະ​ນະ​ຜູ່​ແທນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ເຈ​ລະຈ​າ​ກັບ​ຜູ່​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ​ໄທ

(GMT+08:00) 2011-10-24 15:27:05     cri

ຕອນ​​ເຊົ້າ​ວັນ​ທີ 24 ຕຸລາ​ນີ້,ຄະນະ​ຜູ່​ແທນ​ຈີນ​ນຳ​ໂດຍ ທ່ານ​ຈ່າງ​ຊິ່ນ​ເຟີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ພຽວພັນ ດາ​ມາ​ພົງ, ຜູ່​ບັນຊາ​ການ​ຕຳຫລວດ​ແຫ່ງ​ຊາດ​ໄທ​ກ່ຽວ​ກັບ​ເຫດການ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫລອນ​ໂຈມ​ຕີ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ.

ທ່ານ​ຈ່າງ​ຊິ່ນ​ເຟີ​ງຊີ້​ອອກ​ວ່າ, ລັດຖະບານ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ສືບສວນ​ຄະ​ດີ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫລອນ​ໂມ​ຕີຕາມ​ລຳ​ແມ່​ນ້ຳຂອງ​ໃນ​ວັນ​ທີ 5 ຕຸລາ​ນີ້, ຄະນະ​ຜູ່​ແທນ​ປ້ອງ​ກັນ​ຄວາມ​ສະງຫົບຂອງ​ຈີນ​ເດີນທາງ​ໄປ​ໄທ​ກໍ່​ແມ່ນ​ເພື່ອ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ຕຳຫລວດ​ໄທ​ໃນ​ການ​ສືບສວນ,​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ, ຊຸກ​ຍູ້​ໃຫ້​ວຽກ​ງານ​ສືບສວນເຫດການ​ສຳ​ເລັດ​ໂດຍ​ໄວ,ຊອກ​ຮູ້​ເລື່ອງ​ຈິງ, ​ແລະ​ລົງ​ໂທດ​ຜູ່​ກະທຳ​ຜິດຕາມ​ກົດຫມາຍ.

ທ່ານ​ພຽວພັນ​ພາ​ມາ​ພົງກ່າວ​ວ່າ, ຕຳຫລວດ​ໄທ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ເຫດການ 5 ຕຸລາ, ​ໄດ້ສົ່ງ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ແລະ​ວິຊາ​ການ​ໃນ​ການ​ສືບສວນ​ຄະດີ​ຈາກ​ກົມ​ຕຳຫລວດ​ແຫ່ງ​ຊາດ​ເພື່ອ​ຮັບຜິດຊອບ​ວຽກ​ງານ​ສືບສວນ, ​ແລະ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ຕຳຫລວດ​ຈີນ, ​ເລັ່ງລັດ​ວຽກ​ງານ​ສືບສວນ,​ເພື່ອ​ຊອກ​ຮູ້​ເລື່ອງ​ຈິງ​​ແລ້ວ​ແຈ້ງ​ໃຫ້​ຝ່າຍ​ຈີນ​ຊາບໂດຍ​ໄວ​.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສືບສວນ​ຢູ່​ບ່ອນເກີດ​ເຫດ,ກ່ຽວ​ກັບ​ຂໍ້​ມູນຫລັກ​ຖານ​ຕ່າງໆ.ທ່ານ​ກວນ​ມູ້, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ກໍ່ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ