​ເລຂາທິການ​ໃຫຍ່​ອາ​ຊຽນຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຂອງ​ຈີນ​ຢ່າງ​ກວ້າງຂວາງ​

(GMT+08:00) 2011-10-24 16:16:22     cri
ຕາມ​ຂ່າວ​ສານ​ຊີ​ນຮວາ: ທ່ານ​ສຸຣິນ ພິດ​ສຸວັນ, ​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ໃນ​ເວລາ​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຂອງ​ຈີນ​ໃນ​ອາທິດ​ແລ້ວ​ນີ້​ວ່າ,​ເວົ້າ​ສຳລັບ​ອາ​ຊຽນ​ແລ້ວ,ຈີນ​ທີ່​ພວມ​ພັດທະນາຢ່າງ​ວ່ອງ​ໄວ​​ແມ່ນ​ຕະຫຼາດ​ອັນ​ກວ້າງຂວາງແຫ່ງ​ໜຶ່ງ,ບັນດາ​ປະ​ເທດ​ອາ​ຊຽນຄວນນຳ​ໃຊ້ໂອກາດ​ນີ້. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສຸຣິນ ພິດ​ສຸວັນ​ໄດ້ມີ​ຂໍ້​ສະ​ເໜີ2ຂໍ້​,ຄື​:ຊຸກຍູ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຂອງ​ຈີນ​ຢ່າງ​ກວ້າງຂວາງ; ​ແລະ,ບັນດາ​ປະ​ເທ​ດອາ​ຊຽນຄວນ​ຊອກ​ຮູ້​ຢ່າງ​ເປັນ​ເຈົ້າ​ການ​ຕໍ່​ກົນ​ໄກອະນຸມັດ​ເຂົ້າສູ່​ຕະຫຼາດ​​ແລະ​ມາດຕະຖານ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ໃນ​ຂະ​ແໜງ​ການ​ຕ່າງໆຢູ່​ໃນ​ຕະຫຼາດ​ຈີນ.

​ໂດຍ​ແນ​ໃສ່​ການ​ທີ່ "​ຖື​​ເສດຖະກິດ​ການ​ຄ້າ​ເປັນຕົ້ນ​ຕໍ​ແລະກາ​ນລົງທຶນ​ເປັນ​ສຳຮອງ"ລະ​ຫວ່າງ​ຈີນ-ອາ​ຊຽນ,ທ່ານ​ສຸຣິນ ພິດ​ສຸວັນ​ກ່າວ​ວ່າ,ບັນ​ດາ​ປະ​ເທດອາ​ຊຽນຄວນ​ເພີ່ມ​ທະວີ​ແຮງ​ດຶງ​ດູດ​ທຶນ,​ໂຄສະນາ​ທ່າ​ແຮງ​ຂອງ​ຕົນ​ຕໍ່​ວິ​ສາ​ຫະກິດ​ຂອງ​ຈີນ. ວິ​ສາ​ຫະກິດ​ຂອງ​ຈີນ​ຈຳນວນ​ຫຼວງ​ຫຼາຍ​ແມ່ນ​ຍ້ອນ​ບໍ່​ເຂົ້າ​ໃຈ​ສະພາບ​ຂອງ​ຕະຫຼາດ​ອາ​ຊຽນ,ຕົວຢ່າງ​:ກາ​ນກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ,ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ດ້ານ​ຕະຫຼາດ​ແລະ​ອື່ນໆ,ຈຶ່ງ​ຈະ​ມີ​ຄວາມ​ສົງ​ໄສ​ຕໍ່​ການ​ລົງທຶນ​ຕໍ່​ອາຊຽນ. ນອກ​ນີ້,ທ່ານ​ຍັງ​ຫວັງ​​ໃຫ້ບັນດາ​ປະ​ເທ​ດອາ​ຊຽນສາມາດຮ່ວມ​ມື​ກັບ​ຕົວ​ເມືອງ​ຫຼາຍ​ແຫ່ງ​ຂອງ​ຈີນ​ເປີດ​ຖ້ຽວ​ບິນລະຫວ່າງ​ກັນ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ