ຈັດ​ງານ​ວາງສະ​​ແດງກະ​ສິກຳ​ສະ​ໄໝ​ໃໝ່​ຈີນ-​ອາ​ຊຽນ

(GMT+08:00) 2011-10-24 16:22:55     cri

ຕາມ​ຂ່າວCRI: ​ແຕ່​ວັນ​ທີ 23 ຫາວັນ​ທີ 26 ຕຸລາ​ນີ້, ງານ​ວາງສະ​ແດງ​ກະສິກຳ​ສ​ະ​ໄໝ​​ໃໝ່ຈີນ-​ອາ​ຊຽນຄັ້ງ​ທີ 4 ຈັດຂຶ້ນ​ຢູ່ເມືອງ​ທຽນ​ຢ໋າງເຂດ​ປົກຄອງ​ຕົ້ນ​ເອງ​ເຜົ່າ​ຈ້ວງກວາງຊີຈີນ.

ຫົວຂໍ້ຂອງ​ງານວາງ​ສະແດງກະສິກຳ​ແມ່ນ"ແລກປ່ຽນ​ໂອກາດ,ຮ່ວມມືກັນ​ໄດ້ຜົນປະໂຫຍດຮ່ວມ​ກັນ". ຜູ່​ແທນ ​ແລະ ວິ​ສາ​ຫະກິດ 37 ​ແຫ່ງ​ທີ່​ມາ​ຈາກລາວ, ຫວຽດນາມ, ​ໄທ,ມຽນມາ,ຟິລິບ​ປິນ,ມະ​ເລ​ເຊຍ,ສິງຫະ​​​ໂປ,ອິນ​ໂດ​ເນ​ເຊຍ,ກຳປູ​ເຈຍ ​ແລະ ສ.​ເກົາ​ຫຼີ​ໄດ້​ເຂົ້າ​ຮ່ວມງານ​ວາງສະ​ແດງ. ນອກ​ນີ້, ວິສາ​ຫະກິດ​ແຜ່ນດິນ​ໃຫຍ່​ຈີນ 579 ​ແຫ່ງ​ແລະ​ວິ​ສາ​ຫະກິດ​ໄຕ້​ຫວັນ​ຈີນ 20 ​ແຫ່ງ​ກໍ່​​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ເຊັ່ນ​ດຽ​ວກັນ​. ຮ້ານ​ວາງສະ​ແດງ 636 ​ແຫ່ງ​ຂອງ​ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້ຖືກ​ຈອງ​ໝົດ.

ງານ​ວາງສະ​ແດງ​ກະສິກຳ​ເທື່ອ​ນີ້​ລວມທັງກິດ​ກະ​ກຳ​ຕ່າງໆ,​ເຊັ່ນ,ງານ​ແນະນຳ​ໂຄງການ​ກະສິກຳສະ​ໄໝ​ໃໝ່, ​ເວທີ​ປຶກສາ​ຫາລື​ພັດທະ​ນາ​ກະສິກຳ​​ສະ​ໄໝ​ໃໝ່​ຈີນ-​ອາ​ຊຽນ ​ແລະ ການທ່ອງທ່ຽວ​ສີສັນ​ພິ​ເສດ​ເຂດ​ເຜົ່າ​ຈ້ວງ​ເປັນ​ຕົ້ນ. ທີ່​ເປັນຕາ​ສົນ​ໃຈ​ແມ່ນ, ທ່ານ​ບັນດິດຢວນລົງ​ພີ​ງ "ບິດາ​ແຫ່ງ​ເຂົ້າ​ພັນ​ປະສົມ"ຂອງ​ຈີນຈະ​ພາຄະ​ນະ​ຄົ້ນຄວ້າ​ ຫາລື​​ເຖິງ​ການ​ນຳ​ໃຊ້ເຕັກນິກ​​ໃນ​ການ​ປູກ​ເຂົ້າ​ຊຸບ​ເປີ​ພັນ​ປະສົມ​ດ້ວຍ​ວິທີສອງ​ລະບົບກັບ​ຜູ່​ຊ່ຽວຊານ​ໃນ​ການ​ປູກ​ເຂົ້າ​ຕ່າງໆ​ຂອງ​ຈີນ ​ແລະ ຕ່າງປະ​ເທດ, ​ແລະ​ຈັດງານ​ບັນ​ລະ​ຍາຍ​ຫົວ​ຂໍ້​ພິ​ເສດກ່ຽວກັບ​ສະພາບ​ຄົ້ນຄວ້າ​ເຂົ້າຊຸ​ບເປີ​ພັນປະສົມ​ດ້ວຍ​ວິທີສອງ​ລະບົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ