ຈີນ​ເລັ່ງລັດ​ຊຸກ​ຍູ້​ສ້າງກົນ​ໄກ​ຮ່ວມ​ມືດ້ານຄວາມ​ປອດ​ໄພ​ປະຕິບັດ​ກົດໝາຍ​​ໃນການ​ເດີນ​ເຮືອຕາມ​ລຳ​ແມ່​ນ້ຳ​ລານ​ຊ້າງ-​ແມ່​ນ້ຳຂອງ

(GMT+08:00) 2011-10-24 16:26:40     cri

ຕາມ​ຂ່າວສານ​ຈີນ: ​ໃນ​​ເຫດການ"5 ຕຸລາ", ​ເຮັດ​ໃຫ້ລູກ​ເຮືອ​ຈີນ 13 ຄົນເສຍ​ຊີວິດ​ໝົດ. ຕອນ​ເຊົ້າ​ວັນ​ທີ 23 ຕຸລາ​ນີ້ ​ເຊິ່ງ​ເປັນ​ມື້​ທີ 19 ຫຼັງ​ເຫດການ, ທ່ານ​​ເມີ້​ງຈ້ຽນຈູ້ ທີ່​ປຶກສາ​​ແຫ່ງ​ລັດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​ຈີນ​ໄ​ດ້ຮຽກ​ໄຂ​ກອງ​ປະຊຸມ​ຫົວ​ຂໍ້​ພິ​ເສດ​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​​ແຂວງ​ຢຸນນານ​ເພື່ອ​ຄົ້ນຄວ້າ​ຫາລື​ວຽກ​ງານ​ທີ່​ກ່ຽວຂ້ອງ, ລິ​ເລິ່ມ​ເລັ່ງລັດ​ສ້າງກົນ​ໄກ​ຮ່ວມ​ມືດ້ານຄວາມ​ປອດ​ໄພ​ປະຕິບັດ​ກົດໝາຍ​​ໃນການ​ເດີນ​ເຮືອ​ຢູ່​ຕາ​ມລຳແມ່​ນ້ຳ​ລານ​ຊ້າງ-​ແມ່​ນ້ຳຂອງ.

ໃນ​ກອງ​ປະຊຸມ, ທ່ານ​​ເມີ້​ງຈ້ຽນຈູ້​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​​ເອົາ​ໃຈ​ໃສ່​ໃນ​ການສືບ​ສວນ​ຄະດີ, ຈັບ​ຜູ່​ກໍ່ອາ​ຊະ​ຍາກຳມາ​ລົງ​ໂທດ, ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ຈີນ. ທ່ານ​ສະ​ເໜີວ່າ​ຄວນສ້າງກົນ​ໄກ​ຮ່ວມ​ມືດ້ານຄວາມ​ປອດ​ໄພ​ປະຕິບັດ​ກົດໝາຍ​ໃນ​ການ​ເດີນ​ເຮືອ​ຢູ່​ຕາມ​ລຳແມ່​ນ້ຳ​ລານ​ຊ້າງ-​ແມ່​ນ້ຳຂອງ​ໂດຍ​ໄວ, ​ເພິ່ມທະວີ​ການ​ແລກປ່ຽນ​ດ້ານ​ຂໍ້​ມູນຂ່າວສານ, ພ້ອມ​ກັນ​ກວດກາລາດຕະ​ເວນ​ປະຕິບັດຕາມ​ກົດໝາຍ, ພ້ອມ​ກັນແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດໃຫ້ຖືກຕ້ອງຕາມລະບຽບ, ພ້ອມ​ກັນ​ຕໍ່ຕ້ານ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ພ້ອມ​ກັນ​ຮັບ​ມືກັບ​ເຫດການ​ສຸກ​ເສີນ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ