ເຂື່ອນ​ໄຟຟ້າສະ​ວີ​ຈິນມຽນມາ​ທີ່​ບໍລິສັດ​ໂຄງການ​ສາກົນ​ເກີ​ໂຈ່​ວປ້າ​ຂອງ​ຈີນ​ຮັບ​ເໝົາ​ກໍ່ສ້າງ​ນັ້ນ​ເລີ່​ມຜະລິດ​ໄຟຟ້າ​ແລ້ວ

(GMT+08:00) 2011-10-25 17:04:53     cri
ວັນ​ທີ22​ຕຸລາ​ນີ້,ກະຊວງ​ໄຟຟ້າ​ທີ​ໜຶ່ງ​ຂອງ​ມຽນມາ​ໄດ້​ຈັດພິທີ​ສະ​ເຫຼີ​ມສະຫຼອງ​ຜົນ​ສຳ​ເລັດ​ໃນ​ການ​ກໍ່ສ້າງ​​ເຂື່ອນ​ໄຟຟ້າສະ​ວີ​ຈິນ​ແຂວງ​ປາ​ກູ​ຊຶ່ງ​ແມ່ນ​ບໍ​ລິ​ສັດ​ໂຄງ​ການ​ສາ​ກົນ​ເກີ​ໂຈ່​ວປ້າ​ຂອງ​ຈີນ​ເປັນ​ຜູ່​ຮັບ​ເໝົາ​ກໍ່ສ້າງ,ປະຈຸ​ບັນ,​ເຂື່ອນ​ໄຟຟ້າ​ແຫ່ງ​ນີ້ໄດ້​ເລີ່ມ​ຜະລິດ​ກະ​ແສ​ໄຟ​ຟ້າ​​ແລະ​ດຳ​ເນີນ​ທຸລະ​ກິດ​ສະໜອງ​​ກະ​ແສໄຟຟ້າ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ເຂື່​ອນ​ໄຟຟ້າສະວີ​ຈິນ​ແມ່ນ​ກະຊວງ​ໄຟຟ້າ​ທີ​ໜຶ່ງ​ຂອງ​ມຽນມາ​ເປັນ​ຜູ່​ລົງທຶນ,​ແລະ​ບໍລິສັດ​ໂຄງການ​ສາກົນ​ເກີ​​ໂຈ່​ວປ້າ​ຈີນ​ເປັນ​ຜູ່​ຊະ​ນະ​ໃນ​ການ​ປະມູນ​ໃນ​ເດືອນ​ກັນ​ຍາ​ປີ​2007​ແລ້​ວ​ເປັນ​ຜູ່​ຮັບຜິດຊອບ​ວຽກ​ງານ​ການ​ອອກ​ແບບ​ແລະ​ສະ​ໜອງ​ອຸ​ປະ​ກອນ​ກົນ​ຈັກ​ຜະ​ລິດ​ໄຟ​ຟ້າ,​ພ້ອມ​ດ້ວຍ​ໃຫ້​ການ​ຊີ້​ນຳ​ທາງ​ດ້ານ​ເຕັກ​ນິກ.​ເຂື່ອນ​ໄຟ​ຟ້າ​ສະ​ວີ​ຈິນ​ໄດ້​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ4​ໜ່ວຍ​ຊຶ່ງ​ມີ​ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ຂະ​ໜາດ​7​ໝື່ນ5000​ກິ​ໂລ​ວັດ.

ໃນ​ເວລາ​ກ່າວ​ຄຳ​ປາ​ໃສ​ໃນ​ພິທີ​ດັ່ງກ່າວ,ທ່ານ​ອູ​ໂຈ​ມິນ ລັດຖະມົນຕີ​ວ່າການ​ກະ​ຊວງ​ໄຟຟ້າ​ທີ​ໜຶ່ງ​ຂອງ​ມຽນມາ​ກ່າວ​ວ່າ,​ເຂື່ອນ​ໄຟ​ຟ້າ​ສະ​ວີ​ຈິນ​ແມ່ນ​ເຂື່ອນ​ໄຟ​ຟ້າ​ແຫ່ງ​ທີ17ທີ່​ໄດ້​ເຊື່ອມ​ຕໍ່​ກັບ​​ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ມຽນມາ.​ເຂື່ອນ​ໄຟຟ້າ​ດັ່ງກ່າວ​ສ້າງ​ສຳ​ເລັດ​ບໍ່​ພຽງ​ແຕ່​ຈະ​ຊຸກ​ຍູ້​ການ​ພັດທະນາ​ອຸດສາຫະກຳ​ຂອງ​ແຂວງ​ປາ​ກູ​ຢ່າງ​ແຂງ​ແຮງ​ເທົ່າ​ນັ້ນ,ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ທົ່ວ​ປະ​ເທດ​ມຽນ​ມາ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ