ລາວ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບຣັດ​ເຊຍ

(GMT+08:00) 2011-10-25 16:34:26     cri
ຕາມ​ຂ່າວ​ຈາກ​ໜັງສືພິມເສດຖະກິດ​ສັງຄົມ​ລາວ​ແຈ້ງໃຫ້ຮູ້ວ່າ: ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ປະທານ​ປະ​ເທດ​ສປປລາວ​​ໄດ້​​ຢ້ຽມຢາມຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ໃນ​ກາງ​ເດືອນ​ຕຸລາ​ນີ້. ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ດີ​ມີ​ຕຼີ ​ເມັດ​ເວ​ເດັຟ,ປະທານາທິບໍດີຣັດ​ເຊຍ​ໃນ​ວັນ​ທີ13ຕຸລາ​ນີ້,ປະມຸກ​ລັດ​ສອງ​ປະ​ເທດ​ລາວຣັດ​ເຊຍ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການປັບປຸງ​ການ​ພົວພັນ​ລະຫວ່າງ​ລາວ​-ຣັດ​ເຊຍ​ໃຫ້​ກ້າວຂຶ້ນ​​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,​ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນກັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແລະ​ສາກົນ.

ພາຍຫຼັງ​ການພົບ​ປະ​ເຈລະຈາ,ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ​ແລະ​ທ່ານດີ​ມີ​ຕຼີ​ເມັດ​ເວ​ເດັຟ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​​ໃນເອກະສານ​ຮ່ວມ​ມື​ລາວ-ຣັດ​ເຊຍ3ສະບັບ,​ເຊິ່ງມີ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ,ກົດໝາຍ,ສາທາລະນະ​ສຸກ​. ​ໃນ​ໄລຍະ​ຢ້ຽມຢາມຣັດ​ເຊຍ,ປະທານປະເທດລາວຍັງໄດ້ຕ້ອນຮັບທ່ານປູ​ຕິນ,ນາຍົກລັດຖະມົນຕີຣັດ​ເຊຍ​ແລະທ່ານ​ນາງ​ວາ​ເລນ​ທີ​ນາ ມັດ​ວີ​ເຢນ​ໂກ,​ປະທານ​ສະພາ​ສູງ​ຂອງຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ