​ເຂົ້າສານ​ໂປ​ຊານ​ຂອງ​ມຽນມາ​ໄດ້​ຮັບການ​ຍົກຍ້ອງ​ເປັນ​ເຂົ້າສານ​ທີ່​ດີ​ເດັ່ນ​ໃນ​ໂລກ

(GMT+08:00) 2011-10-25 16:38:28     cri
ຕາມ​ຂ່າວຈາກ​ໜັງສືພິມນິວລາຍຂອງ​ມຽນມາ​ລາຍ​ງານ​ວ່າ: ວັນ​ທີ21ຕຸລາ​ນີ້, ​ໃນ "ກອງ​ປະຊຸມ​ເຂົ້າສານ​ໂລກ2011"ທີ່​ຈັດ​ຂຶ້ນຢູ່​ນະຄອນ​​ໂຮ​ຈີ​ມິ​ງ​ຂອງ​ຫວຽດນາມ,​ເຂົ້າສານ​ໂປ​ຊານຂອງ​ມຽນມາ​​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນໄດ້​ຮັບ​ລາງວັນ​ທີໜຶ່ງ.

​ເຂົ້າສານ​ໂປ​ຊານ​ຂອງ​ມຽນມາ​ຖືກ​ເອີ້ນ​ເປັນ​ເຂົ້າສານ​ໄຂ່ມຸກ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ໃນ​ໂລກ,​ໄດ້​ຮັບ​ລາງວັນ​ທີ​ສາມ​ໃນ​ກອງ​ປະຊຸມ​ເຂົ້າສານ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ຟີ​ລິ​ບປິນ​ໃນປີ2010. ​ແລະ​ໄດ້​ຮັບ14ຄະ​ແນນຂອງຄະ​ແນນ​ສູງ​ສຸດ​​ແມ່ນ15ຄະ​ແນນ​ໃນກອງ​ປະຊຸມ​ເທື່ອ​ນີ້,​​ເຂົ້າສານ​ໂປ​ຊານ​ຂອງ​ມຽນມາເອົາ​ຊະນະ"ເຂົ້າສານດອກ​ມະ​ລິ"ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຂອງ​ໄທ​ໂດຍສູງ​ກວ່າຂອງ​ໄທ​ 0,25ຄະ​ແນນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ