ວິທະຍຸ​ມິດຕະພາບ​ຈີນ-​ກຳປູ​ເຈຍ​CRIທີ່​ຢູ່​ຊຽມຣຽບ​ອອກ​ອາກາດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-10-25 16:44:24     cri

ຕາມ​ຂ່າວCRI: ວັນ​ທີ 25 ຕຸລາ​ນີ້, ວິທະຍຸ​ມິດຕະພາບ​ຈີນ-​ກຳປູ​ເຈຍ​ທີ່​ຢູ່​ຊຽມຣຽບ ​ເຊິ່ງ​ເປັນວິ​ທະຍຸFM​ແ​ຫ່ງທີ 2 ທີ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ ກັບ ວິທະຍຸ​ແຫ່ງ​ຊາດ​ກຳປູ​ເຈຍຮ່ວມ​ມື​ສ້າງ​ນັ້ນ​​​ໄດ້ເລິ່ມອອກອາກາດ​ຢ່າງ​ເປັນ​ທາງ​ການ​ຢູ່​ເມືອງຊຽມຣຽບ ​ເຊິ່ງ​ເປັນແຂວງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ກຳປູ​ເຈຍ.

ຜູ່​ຕາງໜ້າສອງຝ່າຍພ້ອມ​ກັນກົດ​ປຸ່ມວິທະຍຸ​ມິດຕະພາບ​​ເລິ່ມອອກ​ອາກາດ

ທ່າ​ນ​ທຽນ​ຊີ້ນ ຮອງ​ຫົວໜ້າ​ກົມ​ໃຫຍ່ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​​ແຫ່ງ​ຊາດ​ຈີນ, ທ່ານ​ພ່ານກວາງ​ເຊ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານ​ຄ່ຽວ ການ​ນາຣິດ ລັດຖະມົນຕີ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ, ທ່ານ​ຊູ ​ພິຣູມ​ເຈົ້າ​ແຂວງ​ຊຽມຣຽບ​ກຳປູ​ເຈຍ, ພ້ອມ​ທັງ​ຜູ່​ແທນ​ຮ້ອຍ​ກວ່າ​ຄົນ ​ເຊັ່ນ, ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ສື່​ມວນ​ຊົນ​ຈີນ ​ແລະ ກຳ​ປູ​ເຈຍ ​ແລະ ຜູ່​ຕາງໜ້າ​ຊາວ​ຈີນ​ຢູ່ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິທີ​​ເລິ່ມອອກ​ອາ​ກາດຂອງ​ວິທະຍຸ​ມິດຕະພາບ​ຈີນ-​ກຳປູ​ເຈຍ​ທີ່​ຊຽມຣຽບຄັ້ງ​ນີ້.

ລັດຖະມົນ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ

ທ່ານ​ຄ່ຽວ ການ​ນາຣິດ ລັດຖະມົນຕີ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍກ່າວ​ວ່າ,   ວິທະຍຸ​ມິດຕະພາບ​ຈີນ-​ກຳປູ​ເຈຍທີ່​ຊຽມຣຽບ​​ເລິ່ມອອກ​ອາກາດຢ່າງ​ເປັນ​ທາງ​ການ ບໍ່​ພຽງ​ແຕ່​​​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຕໍ່​ການ​ແລກປ່ຽນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ກຳ​ປູ​ເຈຍ​ກັບ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ການຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ການ​ຮັບ​ຮູ້ຂໍ້​ມູນ​ຂ່າວສານ ​ແລະ ຍົກ​ສູງ​ຄຸນສົມບັດ​ຂອງພົນລະ​ເມືອງ​ທ້ອງ​ຖິ່ນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສື່ມວນ​ຊົນ​ສອງ​ປະ​ເທດ​​ໃນ​ໄລຍະ​ໃໝ່​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ.


ວັນ​ທີ 11 ທັນວາປີ2008, ວິ​ທະຍຸມິດ​ຕະພາບຈີນ-ກຳປູເຈຍທີ່​ຢູ່ພະນົມ​ເປັນ ເຊິ່ງເປັນ​ວິທະຍຸ​ມິດຕະພາບຈີນ-ກຳປູເຈຍ​ແຫ່ງທຳອິດ ໄດ້ເລິ່ມ​ອອກອາກາດ. ວິທະຍຸ​ມິດຕະພາບ​ຈີນ-ກຳປູເຈຍ​ມີຈຸດປະສົງ​ໃນ​ການ​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ ​ແລະ ລົງ​ເລິກ​ມິດຕະພາບ, ​ແຕ່​ລະ​ມື້ ນຳສະ​ເໜີ​ລາຍການ​ດ້ວຍພາ​ສາ​ກຳປູ​ເຈຍ, ພາສາ​ຈີນ​ກາງ, ພາສາ​​ໄຕ້​ໂຈ່​ວ ​ແລະ ພາສາ​ອັງກິດ​ເປັນ​ເວລາ 18 ຊົ່ວ​ໂມງ.
ຄຳ​ອະທິບາຍ​ຕໍ່​ຮູບ​ຖ່າຍ:

 


ຜູ້​ຕາງໜ້າສອງຝ່າຍພ້ອມ​ກັນຍົກ​ຈອກ​ ​ສະ​ເຫຼີ​ມສະ​ຫຼອງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ