ຈີນ​ຫວັງວ່າ​ຈະ​ຈັດ​ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຕຳຫລວດ​ລະດັບ​ສູງ​ລະ​ຫວ່າງ​ຈີນ,​ໄທ​,ມຽນມາ​ແລະ​ລາວ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ໄວໆ​ນີ້

(GMT+08:00) 2011-10-26 14:01:34     cri

ຫວ່າງ​ມໍ່ໆ​ນີ້,ຢູ່​ນະຄອນຫລວງ​ບາງກອກ, ທ່ານ​ສະ​ເຫລີ​ມ ຢູ່ບຳລຸງ, ຮອງ​ນາຍົກລັດຖະມົນຕີຝ່າຍ​ຄວາມ​ຫມັ້ນຄົງ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ​ຂອງ​ໄທ​ໄດ້​ພົບ​ປະ​ກັບ​ທ່ານ​ຈ່າງ​ຊິ່ນ​ເຟີງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ ທັງ​ເປັນຫົວ​ຫນ້າ​ຄະນະ​ຜູ່​ແທນ​ລະດັບ​ສູງ​ຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ທີ່​ເດີນທາງ​ໄປ​ໄທ​ເປັນ​ກໍລະນີພິ​ເສດ​ເພື່ອແກ້​ໄຂບັນຫາ​ເຫດການ​ເຮືອ​ຂົນ​ສົ່ງ​ສິນຄ້າ​ຈີນ​ຖືກ​ຫລອນ​ໂຈມ​ຕີ​ຢູ່ຕາມ​ລຳ​ແມ່​ນ້ຳຂອງ​ໃນວັນ​ທີ 5 ຕຸລານີ້.

ທ່ານ​ຈ່າງ​ຊິ່ນ​ເຟີ​ງຊີ້​ອອກ​ວ່າ, ລັດຖະບານ​ແລະ​ຜູ່​ນຳ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ເຫດການ​ດັ່ງກ່າວ, ຈະ​ສຳ​ຫລວດຫາ​ຂໍ້​ມູນ​ຄວາມ​ຈິງຢ່າງ​ເລິກ​ເຊິ່ງ​ເຖິງ​ຖອງ, ​ແລະ​ລົງ​ໂທດ​ຜູ່​ກະທຳ​ຜິດ​ຕາມ​ກົດຫມາຍ. ທ່ານ​ຈ່າງ​ຊິ່ນ​ເຟີ​ງກ່າວ​ວ່າ, ຈີນ​ຫວັງ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ລະດັບ​ສູງ​ຂອງ​ຕຳຫລວດ​ຈີນ, ​ໄທ, ມຽນມາ​ແລະ​ລາວ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ໄວໆ​ນີ້, ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານຕຳຫລວດ​ໃນ​ການ​ເດີນ​ເຮືອ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ລະຫວ່າງ​ສີ່​ປະ​ເທດ​ໃຫ້​ມີ​ຄວາມ​ປອດ​ໄພ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ