ງານ​ວາງສະ​ແດງ​ສິນຄ້າຈີນ-​ອາ​ຊຽນຄັ້ງ​ທີ8​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ອັດ​ລົງພ້ອມ​ກັນ

(GMT+08:00) 2011-10-26 19:09:50     cri

ຕາມ​ຂ່າວCRI: ງານ​ວາງສະ​ແດງ​ສິນຄ້າຈີນ-​ອາ​ຊຽນຄັ້ງ​ທີ8​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-​ອາ​ຊຽນທີ່​ເປັນດຳ​ເນີນ​ເວລາ 6 ມື້​ໄດ້​ອັດ​ລົງ​ຢູ່​ນະຄອນ​ນານ​ນີງ​ເຂດ​ກວາງຊີ​ຈີນ.

ທ່ານ​ເຈີ້​ງຈ່ຽນຈູ່ນ ຫົວໜ້າ​ສຳນັກ​ເລຂາທິການ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນສະ​ເໜີວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ​ເທື່ອ​ນີ້​ລວມ​ມີ​ຮ້ານ​ວາງສະ​ແດງ 4 ພັນ 700 ​ແຫ່ງ, ​​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ຈີນ ​ແລະ ບັນດາ​ປະ​ເທດອາ​ຊຽນ 2 ພັນ 300 ​ແຫ່ງ​ມາ​ວາງສະ​ແດງ. ຈົນ​ຮອດ​ຕອນບ່າຍ 4 ​ໂມງ​ຂອງວັນ​ທີ 26 ຕຸລາ​ນີ້,ຍອດ​ມູນ​ຄ່າ​ການ​ຊື້​ຂາຍ​ມີ​ຮອດ 1 ຕື້ 800 ລ້ານ​ໂດ​ລາ,​ເພິ່ມຂຶ້ນ 5,6% ​ເມື່ອ​ທຽບ​ກັບ​ຄັ້ງ​ກ່ອນ, ​ເຊັນ​ສັນຍາ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສາກົນ 105 ​ໂຄງການ,ຍອດ​ມູນ​ຄ່າ​ຂອງ​ສັນຍາ 7 ຕື້ 420 ລ້ານ​ໂດ​ລາ, ​ເພິ່ມຂຶ້ນ 10,86%​ ເມື່ອ​ທຽບ​ກັບ​ປີ​ກາຍ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ