ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບງາມ

(GMT+08:00) 2011-10-27 11:38:32     cri

ຕາມ​ຂ່າວ cri: ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຂອງ​ຈີນ​ໄດ້​ປິດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 26 ຕຸລາ​ນີ້ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ຂ່າວ​ແຈ້ງວ່າ,ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດ​ງສິນຄ້າ​ເທື່ອ​ນີ້​ແມ່ນ​ດີກ​ວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ທາງຂະຫນາດ​ແລະ​ຄຸນ​ນະພາ​ບ.ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ຈັດ​ໃຫ້​ມີ​ຮ້ານ​ວາງສະ​ແດງ​ເຖິງ 4700 ຮ້ານ, ມີ​ບໍລິສັດ 2300 ​ແຫ່ງ​ໄດ້​ເຂົ້າ​ຮ່ວມ,​ ຫລາຍ​ກວ່າ​ຄັ້ງ​ຜ່ານ​ມາ 4,6%.ນັບ​ມາ​ຮອດ​ເວລາ 16 ​ໂມງ​ຂອງ​ວັນ​ທີ 26 ຕຸລາ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ມີ​ເຖິງ 1 ຕື້ 7 ຫມື່ນ​ໂດ​ລາ, ​ຫລາຍ​ກວ່າ​ຄັ້ງ​ຜ່ານ​ມາ 5,6%. ​ໄດ້​ເຊັນ​ໂຄງການ​ຮ່ວມ​ມື​ເສດຖະກິດ​ສາກົນ 105 ​ໂຄງການ, ​ເຊິ່ງມີ​ຍອດ​ມູນ​ຄ່າ​ການ​ລົງທຶນ 7 ຕື້ 420 ລ້ານ​ໂດ​ລາ, ​​ຫລາຍ​ກວ່າ​ຄັ້ງຜ່ານ​ມາ 10,86%.

ນອກ​ນີ້, ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​,ຍັງ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ແລະ​ກິດຈະກຳ​ແລກປ່ຽນ​ໃນ​ທຸກ​ຂົງ​ເຂດ​ຫລາຍໆ​ເທື່ອ, ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທ​ດອາ​ຊຽນຢ່າງຮອບດ້ານ,​ແລະ​ໄດ້​ປະກອບສ່ວນ​ເປັນ​ຢ່າງ​ດີ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,ບັນລຸ​​ໃຫ້ການ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

​ໃນ​ພິທີ​ປິດ​ງານ​ວາງສະ​ແດງຄັ້ງ​ນີ້, ຄະນະ​ຮັບຜິດຊອບ​ການຈັດ​ງານ​ຍັງ​​ໄດ້​ແຈ້ງ​ວ່າ,ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນຄັ້ງ​ທີ 9 ຈະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກນິກ, ມຽນມາ​ຈະ​ກາຍ​ເປັນ​ປະ​ເທດ​ກຽດ​ຕິ​ບົດຂອງ​ງານ​ວາງສະ​ແດງ​ຄັ້ງ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ