ອ​າ​ເມ​ລິ​ກາ​ກ່າວ​ວ່າ ຕະຫຼາດຂອງ​ຈີນ​ແລະຫວຽດນາມ​ມີ​ຜົນ​ດີຕໍ່​ການ​ຮັກສາ​ຄວາມມີຊີວິດ​ຊີວາ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ

(GMT+08:00) 2011-10-27 16:40:17     cri
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ26ຕຸລາ​ນີ້, ທ່ານ​ທອມ​ວິນຊັກ, ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ​ກ່າວວ່າ,ຕະຫຼາດ​ຂອງ​ຈີນ​ແລະ​ຫວຽດນາມມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ຮັກສາ​ຄວາມມີ​ຊີວິດ​ຊີວາ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ​ໃນ​ຫຼາຍ​ສິບ​ປີ​ຂ້າງ​ໜ້າ,​ທ່ານຈະ​ຢ້ຽມຢາມ​ຈີນ​ແລະ​ຫວຽດນາມ​ໃນ​ກາງ​ເດືອນ​ພະຈິກ​ໜ້ານີ້​,​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ແລະ​ຫວຽດນາມ.

ປີ2011ນີ້,ຈີນ​ໄດ້ນຳ​ໜ້າແມັກ​ຊິກ​ແລະ​ກາ​ນາ​ດາ,ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ.

ໃນ10ປີຜ່ານມາ,ການຈັດ​ອັນ​ດັບ​ຈຳນວນ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ຂອງອາ​ເມ​ລິ​ກາ,ຫວຽດນາມ​ໄດ້ຂຶ້ນຈາກ​ອັນດັບ​ທີ5​0ມາ​ຢູ່​ອັນດັບ​ທີ15.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ