ປະທານ​ປະ​ເທດ​ຫວຽດນາມ​ຢ້ຽມຢາມ​ຟີ​ລິບ​ປິນ

(GMT+08:00) 2011-10-27 17:21:26     cri
ຕາມ​ຂ່າວສານ​ຈີນ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເບ​ນິກ​ໂນ ຊີມ​ອນ ອາກີ​ໂນ3, ປະທານາ​ທິບໍດີ​ຟີ​ລິບ​ປິນ, ວັນ​ທີ26ຕຸລາ​ນີ້,ທ່ານ​ເຈືອງ​ຕັນຊາງ, ປະທານ​ປະ​ເທດ​ຫວຽດນາມ​ໄດ້​ເດີນທາງ​ໄປ​ຢ້ຽມຢາມຟີ​ລິບ​ປິນ ທາງ​ລັດຖະກິດ​​ເປັນ​ເວລາ3ວັນ. ມື້​ດຽວ​ກັນ, ​ຟີ​ລິບ​ປິນ​ໄດ້​ເຊັນ​ສັນຍາ4ສະບັບ​ກັບ​ຫວຽດນາມ,ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ໄດ້​ຢືນຢັນ​ໃນ​ກອງ​ປະຊຸມ​ຂ່າວ​ຮ່ວມວ່າ​​ໃນ​ການ​ເຈລະຈາໄດ້ເວົ້າ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຕອນ​ບ່າຍ​ມື້​ດຽວ​ກັນ,ທ່ານ​ເບ​ນິກ​ໂນ ອາ​ກີໂນ​ແລະ​ທ່ານ​ເຈືອງ​ເຕິ​ນຊາງ​ໄດ້​​ເຂົ້າ​ຮ່ວມພິທີ​ລົງ​ນາມ​ໃນ​ສັນຍາລະຫວ່າງສອງ​ປະ​ເທດ4ສະບັບ,ສັນຍາ​ເຫຼົ່າ​ນີ້​ລວມທັງ "​ແຜນດຳ​ເນີນ​ງານຟີ​ລິບ​ປິນ-ຫວຽດນາມ2011-2016"; ​ແຜນຮ່ວມ​ມື​ດ້ານການທ່ອງທ່ຽວ​ລະຫວ່າງ​ຟີ​ລິບ​ປິນ-ຫວຽດນາມ; ບົດ​ບັນທຶກ​ຊ່ວຍຈຳ​ຄວາມ​ເຂົ້າ​ໃຈກັນ​ໃນ​ດ້ານ​ການ​ຊ່ວຍ​ເຫຼືອ​ແລະຮ່ວມ​ມື​ກັນ​ແລະ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມກັນ​ລະຫວ່າງ​ກອງທັບ​ເຮືອຟີ​ລິບ​ປິນຫວຽດນາມ; ກອງ​ປ້ອງ​ກັນຊາຍ​ຝັ່ງ​ທະ​ເລ​ຂອງ​ຟີ​ລິບ​ປິນ​ສ້າງ​ກົນ​ໄກ​​​ໂທລະ​ສັບ​ສາຍ​ດ່ວນ​ກັບ​ຕຳຫຼວດ​ເທິງ​ທະ​ເລ​ຂອງ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ