ກອງ​ປະຊຸ​ມ​ເທື່ອ​ທຳ​ອິດຂອງ​ໜ່ວຍ​ງານ​ຜູ່​ຊ່ຽວຊານ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອທາງ​ດ້ານມະນຸດສະ​ທຳ​​ແລະ​ກູ້​ໄພ​ຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນໄຂ​ຂຶ້ນຢູ່​​ປັກ​ກິ່ງ

(GMT+08:00) 2011-10-27 17:42:54     cri

ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 26 ຕຸລາ​ນີ້, ທ່ານ​ພັນ​ເອກ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງປ້ອງ​ກັນປະ​ເທດຈີນ​ປະກາດ​ວ່າ, ກອງ​ປະຊຸ​ມ​ເທື່ອ​ທຳ​ອິດ​ຂອງໜ່ວຍ​ງານ​ຜູ່​ຊ່ຽວຊານ​ກ່ຽວ​ກັບ​ການຊ່ວຍ​ເຫຼືອທາງ​ດ້ານ​ມະນຸດ​​ສະ​ທຳແລະ​ກູ້​ໄພ​ຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​​ໄດ້​​ໄຂຂຶ້ນຢູ່​ທີ່​ປັກ​ກິ່ງ.


ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ປະທານຮ່ວມ​ຂອງໜ່ວຍ​ງານ​ຜູ່​ຊ່ຽວຊານ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະນຸດ​​ສະ​ທຳແລະ​ກູ້​ໄພ​, ກະຊວງ​ປ້ອງ​ກັນປະ​ເທດ​ຂອງຈີນ​ແລະ​ຫວຽດນາມ​ຈະ​ຮ່ວມ​ກັນ​​ເປັນ​ຜູ່ຈັດ​ກອງ​ປະຊຸມ​ຄັ້ງ​ນີ້. ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ແມ່ນ​ລວມທັງ: ປະ​ເທດ​ຕ່າງໆ​ແນະນຳ​ສະພາບ​ຊ່ວຍ​ເຫຼືອ​ທາງ​ດ້ານມະນຸດ​ສະ​ທຳແລະ​ກູ້​ໄພ,​ແລ​ກປ່ຽນ​ບົດຮຽນຮ່ວມ​ມື​ສາກົນທີ່​ມີທະຫານ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​​ມະນຸດ​ສະທຳແລະກູ້​ໄພ, ຫາລື​ຂົງ​ເຂດ​ຮ່ວມ​ມືກ່ອນ​ໝູ່ ​ແລະ ຂໍ້​ລິ​ເລິ່ມຮ່ວມ​ມື​​ໃນ​ການ​ປະຕິບັດ​ຕົວ​ຈິງ​ພາຍ​ໃຕ້​ກົນ​ໄກ​ກອງ​ປະຊຸມເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ.

ຜູ່​ຮ່ວມ​ປະຊຸມ​ຈະ​ມາ​ຈາກ 10 ປະ​ເທດ​ອາຊຽນ, ອົສຕຼາລີ, ຈີນ, ອິນ​ເດຍ,ຍີ່​ປຸ່ນ, ​ນູ​​ແວ​ນ​ເຊ​ລັງ, ຣັດ​ເຊຍ, ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ