ເຂດອຸດສາຫະກຳ​ຊິ່ນ​ໂຈ​ວຈີນ​ມາ​ເລ​ເຊຍ​ສ້າງ​ຮູບ​ການ​ໃຫມ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ

(GMT+08:00) 2011-10-28 15:24:17     cri

ຕາມ​ຂ່າວ cri: ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8, ນາ ຍົກລັດຖະມົນຕີຈີນ​ແລະ​ມາ​ເລ​ເຊຍ​ໄດ້ ​ເຂົ້າ​ຮ່ວມ​ພິທີ​ເປີດ​ປ້າຍ​ໃຫ້​​ເຂດ​ອຸດ ສາຫະກຳ​ຊິ່ນ​ໂຈ​ວຈີນ​ມາ​ເລ​ເຊຍ,​ເຂດນີ້​ອາດ​ຈະ​ກາຍ​​ເປັນ​ແບບຢ່າງ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ແລະ​ສ້າງ​ຮູບ​ການ​ໃຫມ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ຈ່າງ​ຊຽວຊິ່ນ, ​ເລຂາ​ຄະນະ​ພັກ​ເມືອງ​ຊິ່ນ​ໂຈ​ວ​ເຂດ​ກວາງຊີ​ຈີນ​ແນະນຳ​ວ່າ, ​ເຂດ​ອຸດສາຫະກຳ​ຊິ່ນ​ໂຈ​ວຈີນ​ມາ​ເລ​ເຊຍ​ມີ​ເນື້ອ​ທີ່​ກວ້າງ 55 ກິ​ໂລ​ຕາ​ແມັດ,ຈະ​ເປັນ​ບ່ອນ​ຊຸກ​ຍູ້​ໃຫ້​ນັກທຸລະກິດ​ແລະ​ການ​ລົງທຶນ​ຈາກ​ຈີນ,ມາ​ເລ​ເຊຍ​ແລະ​ປະ​ເທດ​ອື່ນໆ,​ເພື່ອ​ຮ່ວມ​ກັນ​ຊົມ​ໃຊ້​ໂອກາດ​ພັດທະນາ.

ຂ່າວ​ແຈ້​ງວ່າ, ​ເຂດ​ອຸດສາຫະກຳ​ດັ່ງກ່າວຈະ​ຖື​ຂະ​ແຫນງ​ການ​ຜະລິດ​ອຸປະກອນ, ຂະ​ແຫນງ​ການ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກ,ພະລັງງານ​ໃຫມ່​ແລະ​ວັດຖຸ​ໃຫມ່, ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ,​ແລະ​ຂະ​ແຫນ​ງການ​ບໍລິການ​ທັນ​ສະ​ໄຫມ​ເປັນ​ຕົ້ນຕໍ. ປັດຈຸບັນ, ຈີນ​ໄດ້​ສຳ​ເລັດ​ການວາງ​ແຜນຜັງ​ລວມຂອງ​ເຂດນ​ນີ້​ແລ້ວ​,​ແລະພວມ​ເລັ່ງລັດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍາດ​ແຍ່ງ​ໃຫ້​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທາງ​ດ່ວນ​ແລະ​ທາງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ທີ່​ເນັ່ງ​ໄປ​ສູ່​ເຂດ​ອຸດສາຫະກຳ​ນີ້.

ມາ​ເລ​ເຊຍ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ​ຫນຶ່ງຂອງ​ຈີນ​ໃນ​ບັນດາ​ປະ​ເທດອາ​ຊຽນ 3 ປີ​ລຽນຕິດ​ແລ້ວ.ນັບ​ມາ​ຮອດ​ປີ 2010 ຜ່ານ​ມາ, ຍອດ​ມູນ​ຄ່າການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ສອງ​ປະ​ເທດມີຫລາຍ​ກວ່າ 6 ຕື້​ໂດ​ລາ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ມີ​ອະນາຄົດ​ທີ່​ກວ້າງຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ