ທະຫານ​ໄທ9ຄົນ​ຮັບ​ການ​ສືບ​ສວນ​ຍ້ອນກ່ຽວ​ພັນ​ເຖິງຄະດີ​ທີ່​ລູກ​ເຮືອ​​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່ຕາມ​ລຳ​ແມ່​ນ້ຳຂອງ

(GMT+08:00) 2011-10-29 14:08:44     cri
ວັນ​ທີ 28 ຕຸລາ​ນີ້,ພົນ​ຕຳຫຼວດ​ເອກ ພຽວພັນ ພິວພັນ ດາ​ມາ​ພົງ,ຜູ່​ບັນຊາ​ການກົມ​ຕຳຫຼວດ​ແຫ່ງຊາດ​ໄທ​ກ່າວ​ວ່າ,ທະຫານ 9 ຄົນ​ຂອງ​ເຂດ​ທະຫານ​ທີ​ສາມ​ກອງທັບບົກ​ໄທ​ທີ່​ຮັບຜິດຊອບ​ວຽກ​ງານ​ປ້ອງ​ກັນ​ທາງ​ພາກ​ເຫນືອ​ຂອງ​ໄທ​ພວມ​ຮັບ​ການ​ສືບ​ສວນຍ້ອນກ່ຽວ​ພັນ​ເຖິງຄະດີ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່ຕາມ​ລຳ​ແມ່​ນ້ຳຂອງໃນ​ວັນ​ທີ5 ຕຸລາ​ນີ້.

ຕອນ​ບ່າຍ​ມື້​ດຽວ​ກັນ, ​ໃນ​ເວລາທ່ານ​ພຽວພັນ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ຫຼັງຈາກພົບ​ປະ​​ເຈລະ​ຈາ​ກັບ​ທ່ານ​ຈ່າງ​ຊິ່ນ​ເຝິ່ງ,ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ,ທ່ານ​ກ່າວ​ວ່າ,ການ​ກະທຳ​ຂອງ​ທະຫານ 9 ຄົນ​ເຫຼົ່າ​ນີ້​ພຽງ​ແຕ່​ແມ່ນ​ການ​ກະທຳ​ສ່ວນບຸກຄົນ​ເທົ່າ​ນັ້ນ,ບໍ່​ກ່ຽວ​ຂ້ອງກັບ​ກອງທັບ​​ແລະ​ຝ່າຍ​ທາງ​ການ​ຂອງ​ໄທ.

ວັນ​ທີ28 ຕຸລາ​ນີ້,ທ່ານ​ຈ່າງ​ຊິ່ນ​ເຝີ່ງກ່າວ​ວ່າ, ຄະດີ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່ຕາມ​ລຳ​ແມ່​ນ້ຳຂອງ​ໄດ້​ຖືກ​​​ແກ້​ໄຂ​​ໂດຍ​ພື້ນຖານ​ແລ້ວ,ຜູ່ຕ້ອງ​ຫາ 9 ຄົນ​ໄດ້​ຮັບ​ການ​ສືບ​ສວນ.ທ່ານ​ກ່າວ​ວ່າ,ຄະດີ​ດັ່ງກ່າວ​ຈະ​ເຂົ້າ​ສູ່​ລະບຽບ​ການຕຸລາການ​ໂດ​ຍ​ໄວ,ຄຽງ​ຄູ່​ກັບ​ການ​ສືບ​ສວນ​ກ້າວ​ສູ່​ລວງ​ເລິກ,ຈະ​ສາມາດ​ປະກົດ​ເຫັນ​ສະພາບ​ລະອຽດ​ຫຼາຍ​ກວ່​າ​ເກົ່າ.ຈີນ​ຈະ​ສືບ​ຕໍ່​ປະສານ​ສົມທົບ​ວຽກ​ງານ​ຂອງ​ໄທ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ຈັດ​ວາງ​ຫນ່ວຍ​ງານ​ຜູ່​ຊ່ຽວຊານ​ເພື່ອ​ຊ່ອຍ​ເຫຼືອ​ການ​ສືບສວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ