ນາຍົກ​ຈີນ​​ໂທລະສັບ​ເຖິງ​ນາຍົກ​ໄທ ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ກູ້​ໄພ​ອີກ​

(GMT+08:00) 2011-10-30 14:26:24     cri

ວັນ​ທີ 29 ຕຸລາ​ນີ້, ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ໂທລະສັບ​​ເຖິງ​ທ່ານ​ນາງ​ຍິ່ງ​ລັກ ຊິ​ນນະ​ວັດ ນາຍົກລັດຖະມົນຕີ​ໄທ, ທ່ານ​ໄດ້ຕາງໜ້າ​ລັດຖະບານ​ຈີນ​ ​ແລະ ປະຊາຊົນ​ຈີນສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈຕໍ່​ລັດ​ຖະບານ​ໄທ ​ແລະ ປະຊາຊົນ​ໄທ​ກ່ຽວ​ກັບ​ເຫດການທີ່​ໄທປະສົບ​ໄພນ້ຳຖ້ວມ​ຢ່າງຮ້າຍ​ແຮງທີ່ສຸດ.

ທ່ານເວີນ​ເຈຍປາວ​ກ່າວວ່າ, ຈີນເອົາ​ໃຈໃສ່ນຳ​ສະພາບ​ໄພນ້ຳ​ຖ້ວມ​ຂອງໄທ​ໃນລະດັບສູງ, ມີ​ຄວາມ​ຮູ້ສຶກ​​ເຫັນ​ໃຈຕໍ່​ຄວາມ​ຫຍຸ້ງ​ຍາກ​ທີ່​ລັດຖະບານ ​ແລະ ປະຊາຊົນ​ໄທ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ​, ຕົກລົງ​​ໃຫ້​ການ​ຊ່ວຍ​​ເຫຼືອ​ກູ້​ໄພ​ອີກ​ເທື່ອ​ໜຶ່ງ​ຕໍ່​ລັດຖະບານ​ໄທ​ ແລະ ​ເຊື່ອ​ວ່າປະຊາຊົນ​ໄທ​ຍ່ອມ​ຈະ​ສາມາດ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກນາໆ​ປະການ, ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ.

ທ່ານ​ນາງ​ຍິ່ງ​ລັກ​ກ່າ​ວວ່າ, ​ໄທ​ພວມ​ປະສົບ​​ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດ​ສາດ, ​ໃນ​ເວລາ​ພົບ​ຄວາມຫຍຸ້ງຍາກ​ລຳບາກ, ລັດຖະບານ​ຈີນ​ ​ແລະ ປະຊາຊົນ​ຈີນໄດ້​ໃຫ້ການ​ຊ່ວຍ​ເຫຼື​ອລ້າ​​ແລະທັນ​ເວລາ, ​​ຝ່າຍ​ໄທ​ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ສຸດ​ຊື້​ງ ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ມິດຕະພາບ​ອັນ​ເລິກ​ເຊິ່ງລະຫວ່າງອ້າຍນ້ອງ​ສອງ​ປະ​ເທດ, ​ໄດ້ສ້າງ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ປະຊາຊົນ​ໄທ​ເອົາ​ຊະນະ​ໄພ​ນ້ຳ​ຖ້ວມ. ທ່ານ​ນາງ​ຍິ່ງ​ລັກ​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ໄທ,ໄທ​ຍິນ​ດີ​ເພິ່ມທະວີ​ການ​ແລ​ກປ່ຽນ ​ແລະ ການ​ຮ່ວມ​ມື​​ທີ່​ມີໄມ​ຕີ​ຈິດມິດຕະພາບ​ກັບ​ຈີນໃນ​ຂົງ​ເຂດ​ຕ່າງໆ, ​ເພື່ອ​ຊຸ​ກຍູ້​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ພັດທະນາ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ