ເຈົ້າ​ໜ້າ​ທີ່ລັດຖະບານ​ຈີນ​ຫວັງ​ໃຫ້​​ໄທລົງ​ໂທດ​ຕໍ່ຜູ່​ກໍ່​ອາ​ຊະ​ຍາ​ກຳ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາຍ

(GMT+08:00) 2011-10-30 15:11:45     cri

ຕອນ​ເຊົ້າ​ວັນ​ທີ 29 ຕຸລາ​ນີ້, ​ເຈົ້າ​ໜ້າ​ທີ່ລັດຖະບານ​ຈີນທີ່​ເດີນທາງ​ໄປ​​ປະ​ເທດໄທ​ໄດ້ພົບ​ປະທ່ານ​ສະ​ເຫຼີ​ມ ຢູ່​ບຳລຸງ ຮອງ​ນາຍົກລັດຖະມົນຕີດ້ານ​ຄວາມ​ໝັ້ນຄົງ​ຂອງ​ໄທຕາມ​ນັດ, ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ​ກ່າວ​ວ່າ ຫວັງ​ໃຫ້​ຝ່າຍໄທ​ເລັ່ງລັດ​ປະຕິບັດ​ລະບຽບ​ການ​ທາງ​ດ້ານ​ກົດໝາຍທີ່​ກ່ຽວ​ຂ້ອງ, ​ໃນ​ການລົງ​ໂທດຕໍ່​ຜູ່​ກໍ່​ອາ​ຊະຍະ​ໃນ​ເຫດການ" 5 ຕຸລາ"​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາຍ.

ທ່ານ​ກົວ​ຊ້າ​ວຊຸ່ນ ຫົວໜ້າ​​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ, ຮອງ​ຫົວໜ້າ​ພະ​ແນ​ກກົງສຸນທັງ​ເປັນ​ຫົວໜ້າ​ສູນ​ປົກ​ປ້ອງ​ກົງສຸນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ກ່າວຢັ້ງຢືນ​ເຖິງຄວາມ​ຄືບ​ໜ້າ​ໃນການ​ແກ້​ໄຂ​ເຫດການ​ກ່ຽວ​ກັບລູກ​ເຮືອ​ຈີນ​ຖືກ​ຍິງ​ຕາຍ​ຢູ່​ແມ່​ນ້ຳຂອງວ່າ​ຝ່າຍ​ໄທ​ໄດ້​ໃຫ້ການ​ຮ່ວມ​ມື​ປະຕິບັດຢ່າງ​ເຕັມທີ່, ຫວັງ​​ໃຫ້​ໄທ​ສືບ​ຕໍ່​ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ການ​ສຳ​ຫຼວດ, ​ແລະ​ລົງ​ໂທດ​ຕໍ່​ຜູ່​ກໍ່​ອາ​ຊະ​ຍາ​ກຳ​ຢ່າງ​ເຂັ້ມ​ງວດ,ແລະ​ປະສານ​ສົມທົບກັບ​ຝ່າຍ​ຈີນ​ແກ້​ໄຂບັນຫາ​ທີ່​ຍັງ​ຄົງຄ້າງ​ຂອງເຫດການ​ຢ່າງ​ເໝາະ​ສົມ.

ວັນ​ທີ 28 ຕຸລາ​ນີ້, ທ່ານ​ຈ່າງຊີ່​ນ​ເຟີ່ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຂໍ້​ມູນ​ຫຼັກ​ຖານຄະດີ​ກ່ຽວ​ກັບ​ລູກ​ເຮືອ​ຈີນ​ປະສົບ​ເຄາະ​ຮ້າຍ​ໄດ້​ສຳ​ເລັດໃນ​ຂັ້ນ​ພື້ນຖານ​ແລ້ວ​ແລະ​ຜູ່​ກະທຳ​ຜິດ 9 ຄົນ​ໄດ້​ຖືກ​ຈັບ​ແລ້ວ. ຄະດີ​ຈະ​ເຂົ້າ​ສູ່​ລະບຽບ​ການທາງ​ກົດໝາຍ​ໃນ​ໄວໆ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ