ຄວາມ​ເຊື່ອມ​ໂຍງ​ເຂົ້າ​​ກັນຂອງ​ອາ​ຊຽນປະ​ເຊີນກັບ​ຄວາມ​ກົດ​ດັນ​ຈາກ​ປະຊາກອນ​ເພີ່ມ​ຂຶ້ນ

(GMT+08:00) 2011-10-31 19:26:01     cri
ວັນ​ທີ31ຕຸລາ​ນີ້, ປະຊາກອນທົ່ວ​ໂລກ​ໄດ້​ມີ​ເຖິງ 7ຕື້​ຄົນ. ​ໃນ​ປີ2009,ຕົວ​​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຈຳນວນປະຊາຊົນ​ຂອງ​ພາກ​ພື້ນ​ອາ​ຊຽນ​ໄດ້​ມີ​ເຖິງ 5ຮ້ອຍ​ລ້ານ​ກວ່າ​ຄົນ. "ຈະ​ແກ້​ໄຂ​ບັນຫາ​ປະຊາກອນກັບ​ບັນຫາ​ການ​ພັດທະນາ​ແນວ​ໃດ",​ແມ່ນ​ບັນຫາ​ທີ່ຈຳ​ເປັນ​ຕ້ອງ​ແກ້​ໄຂ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ.

ຈຳນວນ​ປະຊາກອນເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໄດ້​ນຳ​ເອົາ​ຄວາມ​ກົດ​ດັນ​ມາ​ສູ່​ຊັບພະຍາກອນ​ທຳມະ​ຊາດ​ແລະສິ່ງ​ແວດ​ລ້ອມ​ຊີວະ​ພາບ,ທັງໄດ້ນຳ​ເອົາສິ່ງ​ທ້າ​ທາຍມາສູ່​ການ​ພັດທະນາ ​ແລະສະຖຽນ​ລະ​ພາບ​​ຂອງບັນດາ​ປະ​ເທດ​ອາ​ຊຽນ​. ​ຕົວຢ່າງ​ວ່າ,ຍອດ​ຈຳນວນປະຊາກອນ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ປະມານ 238ລ້ານ​ຄົນ,​ແລະ​ອັດຕາ​​ເຕີບ​ໂຕ​ຂອງ​ຈຳນວນປະຊາກອນ​ສະ​ເລ່ຍຕໍ່​ປີ​​ໄດ້ມີ​ຮອດ 1,4%. ດ້ານ​ໜຶ່ງ, ມີປະຊາກອນ​ເຄິ່ງໜຶ່ງ​ກວ່າອາຍຸ​ຕ່ຳ​ກວ່າ 30ປີ ;ອິນ​ໂດ​ເນ​ເຊຍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕໍ່​ໄປ​ຍ້ອນ​ສະພາບ​ການ​ນີ້​ແລະ​ກໍ່​ມີ​ກຳລັງ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ພັດທະນາ​ເສດຖະກິດ. ອີກ​ດ້ານ​ໜຶ່ງ,ຈຳນວນ​ປະຊາກອນຢ່າງ​ຫຼວງ​ຫຼາຍໄດ້​ເຮັດ​ໃຫ້​ເກີດ​ມີ​ບັນຫາ​ທາງ​ດ້ານ​ສັງຄົມ​ຕ່າງໆ,​ເຊັ່ນ: ບັນຫາ​ດ້ານ​ທັນ​ຍາ​ຫານ,ພະລັງງານ,ການ​ປິ່ນ​ປົວ,ການ​ສຶກສາ​ແລະ​ອື່ນໆ.

ຕາມ​ແຜນການ​ອາ​ຊຽນຈະ​ສຳ​ເລັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມອາ​ຊຽນໃນ​ປີ2015,ພາຍ​ໃຕ້​ຂອບ​ເຂດ​ທີ່​ກວ້າງໃຫຍ່​ແຫ່ງ​ນີ້, ການ​ເຄື່ອນ​ຍ້າຍ​ຂອງ​ປະຊາກອນຈະ​ກາຍ​ເປັນ​ບັນຫາ​ທີ່​ຫີຼກ​ເວັ້ນບໍ່​ໄດ້,ສະ​ນັ້ນ,ບັນຫາ​ປະຊາກອນ​ຈະ​ກີດຂວາງ​ການ​ສ້າງສາ​ແລະ​ການ​ພັດທະນາ​ປະຊາ​ຄົມ​ອາ​ຊຽນຫຼື​ບໍ່? ທ່ານ​ຈ່າງ​ສຸຍ​ກ່າງ, ຮອງ​ຫົວໜ້າຫ້ອງການ​ອາຊີ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ທັນ​ສະ​ໄໝ​ໃໝ່​ຈີນ​ກ່າວ​ວ່າ:

"ບັນ​ຫາປະຊາກອນ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ອາ​ຊຽນມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ຂຶ້ນ​ຢູ່​ພາຍ​ໃນ,ຕົວຢ່າງ​ວ່າ,ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDPສະ​ເລ່ຍຕໍ່​ຫົວ​ຄົນຂອງ​ສິງກະ​ໂປ​ໃນ​ປະຈຸ​ບັນ​ມີ​ເຖິງ 2ໝື່ນ​ໂດ​ລາ,ສ່ວນ​​ມຽນມາ​ທີ່​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​​ຍັງ​ຢູ່​ໃນ​ລະດັບ​ຕ່ຳສະ​ເລ່ຍຕໍ່​ຫົວ​ຄົນຫຼາຍ​ຮ້ອຍ​ໂດ​ລາ.ການ​ຫຼຸດຄວາມ​​ແຕກ​ຕ່າງ​ກັນທາງ​ດ້ານ​ການ​ພັດທະນາ,ບັນ​ລຸ​ສະພາບ​ການ​ທີ່​ມີ​ຄວາມ​ດຸ່ນດ່ຽງ​​​ເຊິ່ງກັນ​ແລະ​ກັນ,ຈຶ່ງ​ຈະ​ສາມາດ​ບັນລຸ​ປະຊາ​ຄົມ​​ອາ​ຊຽນທີ່ມີ​ການ​ເມືອງ,​ເສດຖະກິດ​ແລະ​ຄວາມ​​ໂປ່​ງ​ໄສ​."

​​ເນື່ອງ​ໃນ​ໂອກາດ​ທີ່ປະຊາກອນຂອງ​ໂລກ​ມີ​ເຖິງ 7ຕື້​ຄົນ,ພວກ​ເຮົາ​ຍິ່ງຮູ້​ດີ​ວ່າ,ມະນຸດ​ຄວນ​ຮັບ​ມືກັບ​ສິ່ງ​ທ້າ​ທາຍ,ກຳ​ກາລະ​ໂອກາດ​ເປັນ​ຢ່າງ​ດີ,​ເຮັດ​ໃຫ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງ​ຕົນ,ບັນລຸ​ຄົນ​ແລະ​ສະພາບ​ແວດ​ລ້ອມ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ກົມກຽວ​ກັນ​ຢ່າງ​ແທ້​ຈິງ. ​ເວົ້າ​ສຳລັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ແລ້ວ,​​ແມ່ນ​ການແກ້​ໄຂ​ໂອກາດ​ແລະ​ວິ​ກິດ​ການ​ກ່ຽວ​ກັບບັນ​ຫາ​ປະຊາກອນ​​ເປັນ​ຢ່າງ​ດີນັ້ນ,ຈຶ່ງຈະ​ສາມາດ​ກ້າວ​ໄປສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການ​ພັດທະນາ​ທີ່​ຮອບດ້ານ​ຢ່າງ​​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ