ດ່ານພາສີ​ນຳ​ເຂົ້າ​ລົດ​ຢູ່​ທ່າ​ເຮືອ​ແຫ່ງ​ທີ5​ຂອງ​ຈີນ​ໄດ້​ເປີດ​ບໍລິການ​ແລ້ວ

(GMT+08:00) 2011-11-02 18:12:04     cri
ຂ່າວສານ​ຈີນ​ລາຍ​ງານ​ວ່າ: ດ່ານ​ພາສີ​ນຳ​ເຂົ້າ​ລົດ​ຢູ່​ທ່າ​ເຮືອ​ເຂດ​ປອດ​ພາສີ​ຊິນ​ໂຈ່​ວກວາງ​ຊີຊຶ່ງ​ເປັນ​ດ່ານ​ພາ​ສີ​ນຳ​ເຂົ້າ​ລົດ​ຢູ່​ທ່າ​ເຮືອ​ແຫ່ງ​ທີ5​ຂອງ​ຈີນ​ໄດ້​ຜ່ານ​ການ​ກວດກາ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໃນ​ວັນ​ທີ1​ພະຈິກ​ນີ້​,ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ.ນີ້​ເປັນ​ດ່ານ​ພາສີ​ນຳ​ເຂົ້າ​ລົດ​ຢູ່​ທ່າ​ເຮືອ​ແຫ່ງ​ໃໝ່​ທີ່​ຈີນ​ເປີດ​ບໍ​ລິ​ການ​ພາຍ​ຫຼັງຈີນ​ໄດ້​ຢຸດ​ເຊົາ​ການ​ສຳ​ຫຼວດ​ອະ​ນຸ​ມັດ​ເປີດ​ດ່ານ​ພາສີ​ນຳ​ເຂົ້າ​ລົດ​ມາ​ໄດ້15​ປີ​ແລ້ວ.​ແລະ​ຄາດ​ວ່າຈີນ​ຈະ​ສ້າງ​ດ່ານ​ພາສີ​​ແຫ່ງ​ນີ້​ໃຫ້​ເປັນ​ດ່ານ​ພາສີ​ສົ່ງ​ອອກ​ແລະນຳ​​ເຂົ້າ​ລົດ​ທີ່​ສະດວກ​ວ່ອງ​ໄວ​ທີ່​ສຸດຂອງ​ຈີນ​ໃນ​ການ​ຫັນໜ້າ​ໄປ​ສູ່​ອາ​ຊຽນ.ສະ​ນັ້ນ,​ເຂດ​ທ່າ​ເຮືອ​ປອດ​ພາສີ​ຊິນ​ໂຈ່​ວຈຶ່ງ​ກາຍ​ເປັນ​ເຂດ​ທ່າ​ເຮືອ​ປອດ​ພາສີທີ່​ມີ​ບົດບາດ​ສຳຄັນຂອງ​ດ່ານ​ພາສີ​ນຳ​ເຂົ້າ​ລົດ​ພຽງ​ແຫ່ງ​ດຽວ​ຂອ​ງຈີນ​ໃນ​ປະຈຸ​ບັນ.

ທ່ານ​ສິງ​ໄຫ​ຊາວ ຫົວໜ້າ​ໜ່ວຍ​ງານ​ກວດ​ກາ​ອະນຸມັດ​ເປີດ​ດ່ານ​ພາສີກ່າວ​ວ່າ,​ເມືອງ​ຊິນ​ໂຈ່​ວ​ເປັນ​ໃຈກາງທາງ​ດ້ານ​ຄົມມະນາຄົມຢູ່​ແຄມ​ທະ​ເລ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ທ່າ​ເຮືອ​ທີ່​​ເໝາະ​ສົມ,ສາມາດ​ເປີດ​ບໍລິການ​ຕໍ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແລະ​ພາກ​ພື້ນ​ອາຊີ​ອາຄະ​ເນ,ການ​ສ້າງ​ຕັ້ງ​ດ່ານ​ພາສີ​ນຳ​ເຂົ້າ​ລົດ​ຢູ່​​ເມືອງ​ຊິນ​ໂຈ່​ວ​ເປັນ​ມາດ​ຕະການ​ສຳຄັນ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ຂະຫຍາຍຕົວ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.ທ່ານ​ສິງ​ໄຫຊາວ​ຫວັງ​​ວ່າ,​ເຂດ​ທ່າ​ເຮືອ​ປອດ​ພາສີ​ຊິນ​ໂຈ່​ວ​ເພີ່ມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ກ່ຽວຂ້ອງ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ,ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຄຸ້ມ​ຄອງ​ດ່ານ​ພາສີ,ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຈໍລະ​ຈອນ​ສິນຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ແທ້​ຈິງ,ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ທາງ​ດ້ານ​ການ​ຄ້າ,ພະຍາ​ຍາມ​ກໍ່ສ້າງ​ເຂດ​ທ່າ​ເຮືອ​ປອດ​ພາສີ​ຊິນ​ໂຈ່​ວ​ໃຫ້​ເປັນ​ທາງ​ຜ່ານ​ແລະ​​ສູນກາງ​ໃນ​ການ​ແລກປ່ຽນ​ຊື້​ຂາຍ​ທີ່​ສະດວກ​ວ່ອງ​ໄວ​ທີ່​ສຸດ​ໃນ​ດ້ານ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ລົດ​ພ້ອມ​ດ້ວຍ​ອາ​​ໄຫຼ່ຊີ້ນ​ສ່ວນລົດຂອງ​ຈີນ​ທີ່​ຫັນໜ້າ​ໄປ​ສູ່​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ