ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຮ່ວມ​ມືພັດທະນາແບບ​ທົດ​ແທນ​ຈີນ-ມຽນມາ​ຈັດ​ຂຶ້ນ​ຢູ່​ມຽນມາ

(GMT+08:00) 2011-11-02 17:40:46     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ1ພະຈິກ​ນີ້, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຮ່ວມ​ມືພັດທະນາ​ການ​ປູກ​ພືດທົດ​ແທນ​ຈີນ-ມຽນມາ​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ມູຊີ ຊານ​ສະ​ເຕດ​ຂອງ​ມຽນມາ. ທ່ານ​ຈ່າງ​ຊິ່ນ​ເຟິ່ງ, ຮອງ​ຫົວໜ້າ​ຄະນະ​ກຳມະການປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນທັງ​ເປັນ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ແລະ​ທ່ານ​ໂຈ​ຊານ​ມິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ​ມຽນມາ​ຕ່າງ​ກໍ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກອງ​ປະຊຸມ​ໄດ້​ທົບ​ທວນຄືນ​ສະພາບ​ການ​ແລະ​ປະສິດທິຜົນ​ຂອງ​ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ການ​ປູກ​ພືດທົດ​ແທນຂອງສອງ​ປະ​ເທດ​ໃນ​ຊຸມ​ປີ1990​,​ໂດຍສ​ະ​ເພາະ​ແມ່ນ​ໃນ​ປີ2007 ​ເຊິ່ງນັບ​ແຕ່​ໄດ້​ເຊັນສັນຍາ​ໃນ​ແຜນການ​​ເຄື່ອນ​ໄຫວ​ການປູກພືດທົດ​ແທນ​ເປັນຕົ້ນ​ມາ,​ໄດ້​ລົງ​ເລິກແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ກາ​ນຊຸກຍູ້​​ການ​ຮ່ວມ​ມືພັດທະນາ​ການ​ປູກ​ພືດ​ທົດ​ແທນ​ຈີນ-ມຽນມາ​ຕື່ມ​ອີກ,​ແລ​ະ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ,​ເຊັນ "ບົດ​ບັນທຶກ​ຊ່ວຍຈຳກອງ​ປະຊຸມ​ລະດັບ​ລັດຖະມົນຕີການ​ຮ່ວມ​ມືພັດທະນາ​ແບບ​ທົດ​ແທນ​ຈີນ-ມຽນມາ".

ກອງ​ປະຊຸມ​ເຫັນ​ວ່າ,​ໃນ​ຊຸມ​ປີຜ່ານມາ​ນີ້,ຈີນ​ແລະ​ມຽນມາ​ໄດ້​ຮ່ວມ​ມື​ກັນ​​ໃນ​ການ​ກະທຳຕົວ​ຈິງ,​ ສົ່ງ​ເສີມ​ວິ​ສາ​ຫະກິດ​ໄປ​ດຳ​ເນີນ​ການ​ປູກພືດ​ ​ທົດ​ແທນ​ຢູ່​ພາກ​ເໜືອ​ມຽນມາ​ດ້ວຍ​ຮູບ​ການ​ຕ່າງໆ,​ເຮັດ​ໃຫ້​ຊາວ​ກະສິກອນ​ຫຼຸດຜ່ອນ​ການ​ປູກ​ຝິ່ນ​ລົງ​ເທື່ອ​ລະ​ກ້າວ,ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມຂອງ​ມຽນມາ,​ໄດ້ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ປາບປາມ​ຢາ​ເສບ​ຕິດ​​ໃນ​ພາກ​ພື້ນ​ແຫ່ງ​ນີ້​ແລະ​ໃນໂລກ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການປູກ​ພືດຊະນິດ​ອື່ນ​ແທນ​ການ​ປູກ​ຝິ່ນ​ຕື່ມ​ອີກ,ຊຸກຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ການ​ປູກ​ພືດ​ທົດ​ແທນ​ການ​ປູກ​ຝິ່ນ​ລະຫວ່າງ​ຈີນ-ມຽນມາ​ໃຫ້​ພັດທະນາ​ໄປ​ໜ້າ​ຢ່າງ​​​​ປອດ​ແລະ​​ເປັນລະບຽບ​ຮຽບຮ້ອຍ.

ປະຈຸ​ບັນ, ການ​ປູກ​ພືດທົດ​ແທນ​ການ​ປູກ​ຝິ່ນ​ຢູ່​ພາກ​ເໜືອ​ມຽນມາ​ໄດ້​ນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກ,ວິ​ສາ​ຫະກິດທີ່​ດຳ​ເນີນ​ທຸລະ​ກິດ​​ທົດ​ແທນ​ຂອງ​ຈີນ​ຢູ່​ມຽນມາ​ມີ 100ກວ່າ​ແຫ່ງ, ການ​ລົງທຶນ​ຫຼາຍ​ກວ່າ 1ຕື້​ຢວນ,​ເນື້ອ​ທີ່​ການ​ປູກ​ພືດ​ທົດ​ແທນ​ການ​ປູກຝິ່ນ​ໄລ່​ລວມ​ແລ້ວ​ມີ1​ແສນ3ໝື່ນ​3ພັນ​ເຮັກຕາ,ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢູ່​ພາກ​ເໜືອ​​ມຽນມາ​​ໄດ້​ຫຼາຍ​ກວ່າ 1​ແສນ3ໝື່ນ​ຄົນ. ​ໂຄງການ​ດັ່ງກ່າ​ວຍັງ​ໄດ້​ຊຸກຍູ້​ການ​ປັບປຸງ​ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຢູ່ທ້ອງ​ຖິ່ນນັ້ນ,​ໄດ້​ຮັບ​ປະສິດທິ​ຜົນທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຢ່າງຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ