ການ​​ແລກປ່ຽນ​ລະຫວ່າງ​ແມ່​ຍິງ​ຈີນກັບ​ບັນດາ​ປະ​ເທດອາ​ຊຽນນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ຕື່ມ

(GMT+08:00) 2011-11-04 16:24:02     cri
ຕາມ​ຂ່າວສານ​ຈີນ: ​​ແຕ່​ເດືອນ​ພະຈິກ​ປີ​ນີ້​ຫາ​ເດືອນ​ມີນາ​ຂອງ​ປີໜ້າ,ນັກທຸລະກິດ​ຍິງ400ຄົນ​ທີ່​ມາ​ຈາກ​ແຂວງ,​ເຂດ​ປົກຄອງ​ຕົນ​ເອງແລະ​ກຳ​ແພງ​ນະຄອນ32​ແຫ່ງຂອງ​​ແຜ່ນດິນ​ໃຫຍ່​ຈີນ,​ເຂດ​ຮົງ​ກົງ,ມາ​ກາວ​ແລະໄຕ້​ຫວັນລວມທັງ10ປະ​ເທດ​ອາ​ຊຽນ, ຈະ​​ເດີນທາງໄປ​ເມືອງຝາງ​ເສີງ​ກາງຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ​ຈີນ,​ເພື່ອ​ດຳ​ເນີນກິດຈະກຳ​ແລ​ກປ່ຽນ​ຕ່າງໆ​​ເຊັ່ນ:​ກິດຈະກຳ​ແລກປ່ຽນດ້ານ​ເສດຖະກິດ,ກິດຈະກຳ​ແລກປ່ຽນ​ດ້ານວັດທະນະທຳ​ແລະ​ອື່ນໆ.

ແມ່ຍິງ​ທີ່​ມີ​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ການ​ສ້າງສາ​ເສດຖະກິດ​ຂອງ​ຈີນ​ແລະຂອງ10ປະ​ເທດ​ອາ​ຊຽນຈະ​​ໄດ້​ຮັບ​ການ​ເຊື້ອ​ເຊີນ​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ເທື່ອ​ນີ້,ຜ່ານ​ການ​ທັດສະນະ​ສຶກສາ​ແລະ​ກິດຈະກຳ​ອື່ນໆ,​ແລ​ກປ່ຽນ​ບົດຮຽນ​ທີ່​ມີ​ຜົນສຳ​ເລັດເຊິ່ງກັນ​ແລະ​ກັນ​ແລ້ວຈະ​​ເປັນ​ການ,ສະ​ແດງ​​ໃຫ້ທົ່ວ​ໂລກ​ເຫັນ​ນ້ຳ​ໃຈ​ຂອງ​ແມ່ຍິງ​ອາຊີ​ໃນ​ການ​ປະດິດ​ຄິດ​ສ້າງ​ໃໝ່,ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ໃນ​ຂົງ​ເຂດ​ການ​ສ້າງສາ​ເສດຖະກິດ,​ເພື່ອ​ຊຸກຍູ້​ການ​​ແລກປ່ຽນ​ດ້ານ​ເສດຖະກິດ​ແລະ​ວັດທະນະທຳ​​ແລະການ​​ໄປມາຫາສູ່​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ​ກັບ​ຈີນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ