ປະ​ເທດ​ຕ່າງໆ​ຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ຍານ​ອາ​ວະ​ກາດ "ທຽນ​ກົ່ງ​ເລກ1"​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ "​ເສີນ​ໂຈ່​ວ​ເລກ8" ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-04 16:38:55     cri

ພາຍຫຼັງ​ທີ່ຈີນ​ໄດ້​ສຳ​ເລັດ​ການ​ປະຕິບັດໜ້າ​ທີ່ຍານ​ອາ​ວະ​ກາດ "ທຽນ​ກົ່ງ​ເລກ1"​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ "​ເສີນ​ໂຈ່​ວ​ເລກ8"ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ3ພະຈິກ​ນີ້​ແລ້ວ, ຜູ້ນຳ,ຜູ້​ແທນ​ທາງ​ການ​ແລະ​ປະຊາຊົນ,ສື່​ມວນ​ຊົນ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ເລື່ອງ​ນີ້,ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຕໍ່ຜົນສຳ​ເລັດອັນ​​ໃຫຍ່​ຫຼວງ​ຂອງ​ຈີນ​ໃນ​ຂົງ​ເຂດ​ການບິນ​ອາ​ວະ​ກາດບັນທຸກ​ມະ​ນຸດ.

ທ່ານ​ຮຸນ​ແຊນ, ນາຍົກລັດຖະ​ມົນຕີ​ກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ຜົນສຳ​ເລັດ​ອັນໃຫຍ່​ຫຼວງ​​ຂອງ​ຈີນ​ໃນ​ຂົງ​ເຂດ​ການບິນ​ອາ​ວະ​ກາດ​ບັນທຸກ​ມະນຸດ. ທ່ານ​ກ່າວ​ເນັ້ນ​ວ່າ, ຜົນສຳ​ເລັດທາງ​ດ້ານ​ການບິນ​ອາ​ວະ​ກາດ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ຄວາມ​ກ້າວໜ້າ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ,ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ໂລກ.


ທ່ານ​ໂສງ​ເຕີ​​ໂຫຼ​ງ, ປະທານ​ກຸ່ມ​ໜັງສື​ພິມສາກົນ​​ລາຍ​ວັນ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ມີ​ຄວາມເຊື່ອໝັ້ນ​ວ່າ​ປະຊາຊົນ​ຈີນ​ສາມາດ​ປະກອບສ່ວນ​ຢ່າງ​​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ທາງ​ດ້ານວິທະຍາສາດ​ເຕັກນິກ​​ແລະ​ການ​ສ້າງ​ຄວາມ​ຜາ​ສຸກ​ໃຫ້ແກ່​ມະນຸດ​ໃນໂລກ​ຢ່າງ​ແນ່ນອນ ໂດຍ​ຜ່ານ​ການບິ​ນອາ​ວະ​ກາດ​ບັນທຸກ​ມະນຸດ​ແລະ​ການ​ສຳ​ຫຼວດອາ​ວະ​ກາດ.

ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ,ຖັດຈາກ​ອາ​ເມ​ລິ​ກາ​ແລະຣັດ​ເຊ​ຍ​,ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ​ສາມທີ່​ມີ​ເຕັກນິກ​ທາງ​ດ້ານ​ການເຊື່ອມ​ຕໍ່​ຍານ​ອາ​ວະ​ກາດຢ່າງ​ເປັນ​ເອກະລາດນີ້ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ