ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ຫຼີວຊີ

(GMT+08:00) 2011-11-05 14:45:32     cri

ຕາມ​ຂ່າວCRI:ວັນ​ທີ 4 ພະ​ຈິກ​ນີ້,ຢູ່​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ,​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ,ປະທານ​ປະ​ເທດ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ຫຼີວຊີ,ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​​ເລຂາ​ຄະນະ​ພັກ​ນະຄອນ​ປັກ​ກິ່ງພ້ອມ​ດ້ວຍ​ຄະນະ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ,​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ,ປະທານ​ປະ​ເທດ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງທ່ານ​ຫຼີວຊີ,ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​​ເລຂາ​ຄະນະ​ພັກ​ນະຄອນ​ປັກ​ກິ່ງພ້ອມ​ດ້ວຍ​ຄະນະ


ໃນ​ເວລາ​ຕ້ອນຮັບ​ການ​​ເຂົ້າ​ພົບ,ທ່ານ​ຈູມ​ມະ​ລີ​ກ່າວ​ວ່າ,ພັກ​ແລະ​ລັດຖະບານ​ລາວຖື​ຈີນ​ເປັນ​ຄູ່​ຍຸດ​ທະ​ສາດ​ຍາວ​ນານ​​​ແຕ່​ຕົ້ນ​ຕະຫຼອດ​ປາຍ,ຍິນ​ດີ​ພະຍາຍາມ​ສຸດ​ຂີດ​ເພື່ອ​ເພີ່ມທະວີ​ກາ​ນຮ່ວມ​ມື​ກັບ​ສະຫາຍ​ຈີນ,​ເຮັດ​ໃຫ້​ມິດຕະພາບ​ທີ່​ມີ​ມູນ​​ເຊື້ອ​ລະຫວ່າງ​ລາວ​ກັບ​ຈີນ​​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ,​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ,ປະທານ​ປະ​ເທດ​ລາວ​ໄດ້​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ


ທ່ານ​ຫຼີວຊີ​ກ່າວ​ວ່າ,ຜ່ານ​ການ​ຢ້ຽມຢາມ​​ເທື່ອ​ນີ້,ຫວັງ​ວ່າ​ຈະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຈີນ​ກັບ​ລາວ​ໃຫ້​ຂະຫຍາຍ​​ໄປ​ລົງ​ສູ່​ລວງ​ເລິກ,​ໂດຍ​ສະ​ເພາະ​ແມ່ນຊຸກຍູ້​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ນະຄອນ​ປັກ​ກິ່ງ​ກັບ​​​ແຂວງ​ແລະ​ເມືອງ​ຕ່າງໆ​ຂອງ​ລາວ​ໃຫ້​ຂະຫຍາຍ​ໄປ​ລົງ​ສູ່​ລວງ​ເລິກ​ຕື່ມ​ອີກ.

 

ຈັດພິທີ​ເຊັນ​ສັນຍາ​ລະຫວ່າງ​ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ກັບ​ຄະນະ​ກຳມະການ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ນະຄອນ​ປັກ​ກິ່ງ


ຄະນະ​ຜູ້​​ແທນ​ມິດຕະພາບ​ພັກ​ກອມ​ມູນິດ​ຈີນ​ເຊິ່ງນຳ​ໂດຍ​ທ່ານ​ຫຼີວຊີ​ແມ່ນເດີນທາງ​ມາ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 3 ພະຈິກ​ນີ້.​ໃນ​ຕອນ​ເຊົ້າວັນ​ທີ 4 ພະຈິກ​ນີ້,ທ່ານ​ຫຼີວຊີ​ພ້ອມ​ດ້ວຍ​ຄະນະ​ໄດ້​ໄປ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ມີ​ຫົວ​ຂໍ້​ວ່າ"ສະ​ເໜ່ຂອງ​ປັກ​ກິ່ງ",​ໂດຍ​ມີ​ທ່ານ​ອາ​ຊາງ ລາວ​ລີ,ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ,ທ່ານນາງ​ປູ​ຈ້ຽນກົວ,​ເອກ​ອັກຄະ​ລັດຖະທູ​ດຈີນ​ປະຈຳ​ລາວ​ແລະ​ທ່ານ​ສຸ​ກັນ ມະຫາລາດ,​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ​ໃຫ້​ກຽດ​ເຂົ້າ​ຮ່ວມ.


ພິທີ​ເປີດ ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ມີ​ຫົວ​ຂໍ້​ວ່າ"ສະ​ເໜ່ຂອງ​ປັກ​ກິ່ງ"

ນອກ​ຈາກ​ນັ້ນ,ທ່ານ​ຫຼີວຊີ​ແລະ​ທ່ານ​ສຸ​ກັນ ມະຫາລາດ​ຍັງ​ໄດ້​ເຂົ້າຮ່ວມພິທີ​ເຊັນ​ສັນຍາ​ລະຫວ່າງ​ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ກັບ​ຄະນະ​ກຳມະການ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ນະຄອນ​ປັກ​ກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ