ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ປັກ​ກິ່ງ​​ແລະ​ສະພາ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ​ເຊັນ​ສັນ​ຍາ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ

(GMT+08:00) 2011-11-07 16:00:41     cri
ຕາມ​ຂ່າວສານ​ຊິນ​ຮວາ,ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ນະຄອນຫຼວງ​ປັກ​ກິ່ງ​ແລະ​ສະພາການ​ຄ້າ​ແລະ​ອຸດສາຫະກຳແຫ່ງ​ຊາດ​ລາວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​​ໃນ​ວັນ​ທີ4​ພະຈິກ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ.ທ່ານ​ລິວ​ສີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ປັກ​ກິ່ງ​ແລະ​ທ່ານສຸ​ກັນ ມະ​ຫາ​ລາດ ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ​ເລ​ຂາ​ຄະ​ນະ​ພັກ ​ທັງ​ເປັນ​ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.

ທ່ານ​ນີ​ເຢ້ກ່າງ ຮອງ​ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ນະຄອນຫຼວງ​ປັກ​ກິ່ງ​ກ່າວ​ວ່າ,ສະພາ​ການ​ຄ້າ​ແລະ​ອຸດສາ​ຫະກຳ​ແຫ່ງ​ຊາດ​ລາວ​ແມ່ນ​ອົງການ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ແລະ​ເປັນ​ຕົວ​ແທນ​ຂອງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ລາວ.​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ປັກ​ກິ່ງ​ກັບ​ສະມາຄົມ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຫ່ງ​ຊາດ​ລາວ​ເຊັນ​ສັນຍາ​ໃນ​ຄັ້ງ​ນີ້​ຈະ​ເປັນ​ການ​ເປີດ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປັກ​ກິ່ງ​ແລະລາວ​ໃນ​ການ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ສ້າງ​ເວ​ທີ​ໃໝ່​ໃຫ້​ແກ່​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ທາງດ້ານ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

ວັນ​ທີ2​ພະຈິກ​ນີ້,ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ນະຄອນຫຼວງ​ປັກ​ກິ່ງ​ຍັງ​ໄດ້​ຈັດ​ກິດ​ຈະ​ກຳ​ແນະ​ນຳ​ສິນຄ້າ​​ຈີນຢູ່​ສະພາການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ,​ທ່ານ​ກິດ​ສະ​ໜາ ວົງ​ໄຊ ປະ​ທານ​ສະພາການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ພ້ອມ​ດ້ວຍສະມາຊິກ​ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ກໍ່ໄດ້​ເຂົ້າ​ຮ່ວມ​​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ