​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ​ເຮັດ​ໃຫ້​ຈຳນວນ​ຜູ້​ເສຍຊີວິດ​ເພີ່ມ​ຂຶ້ນ​ຮອດ 506ຄົນ

(GMT+08:00) 2011-11-07 17:44:47     cri
ວັນ​ທີ6ພະຈິກ​ນີ້, ຫ້ອງການ​ຕ້ານ​ໄພພິບັດ​ແລະ​ບັນ​ເທົາ​ສາທາລະນະ​ໄພ​ກະຊວງ​ມະຫາດ​ຂອງ​ໄທ​ໄດ້​ປະກາດ​ຕົວ​ເລກ​ສະຖິຕິ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​​ໄທໄດ້​ຢືນຢັນ​​ແລ້ວ​ວ່າ​ມີ506ຄົນ​ໄດ້​​ເສຍ​ຊີວິດ​ຍ້ອນ​ໄພ​ນ້ຳ​ຖ້ວມ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 3​ເດືອນ​ກວ່າ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ປະກາດ​ໃນ​ວັນ​ທີ6ພະ​ຈິກ​ນີ້​ໄດ້​ເພີ່ມ​ຂຶ້ນ​ຈາກ​ວັນ​ທີ5ພະຈິກ​ຫຼາຍ​ກວ່າ60ຄົນ​​​ແລະຈຳນວນ​ຜູ້​ຫາຍ​ສາບ​ສູນ​ຍັງ​​ແມ່ນ2ຄົນ.

ຫ້ອງການ​ດັ່ງຍັງ​ແຈ້ງ​ວ່າ, ​ໄພ​ນ້ຳ​ຖ້ວມ​ທີ່​ເລີ່​ມ​ເກີດ​ຂຶ້ນມາ​ແຕ່​​ເດືອນ​ກໍລະກົດ​ຂອງ​ປີ​ນີ້​ໄດ້​ທຳລາຍ​ເຖິງ​64ຈັງຫວັດ​ໃນ 77ຈັງຫວັດ​​ຂອງ​ໄທ, ປະຈຸ​ບັນ,ສະຖານະ​ການຢູ່​ໃນ​​39ຈັງຫວັດ​ຂອງ​ໄທໄດ້​ຄ່ອຍໆ​ດີ​ຂຶ້ນ​ແລ້ວ,​​ແລະ​ໄດ້​​ເລີ່​ມດຳ​ເນີນການ​ສ້າງສາ​ຄືນ​ໃໝ່​ພາຍຫຼັງ​ນ້ຳ​ຖ້ວມ.ປະຈຸ​ບັນ, ຍັງ​ມີ25ຈັງຫວັດ​ລວມທັງນະຄອນຫຼວງ​ບາງກອກ​ຂອງ​ໄທ​ຍັງຖືກ​ນ້ຳ​ຖ້ວມ,ປະຊາກອນຫຼາຍ​ກວ່າ3ລ້ານ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ