ປະຊາຊົນ​ມຽນມາ​ເຂົ້າ​ສັກກາລະ​ບູຊາ​ອຸ​ລັງ​ຄະທາ​ດ​ບັນ​ຈຸ​ແຂ້ວ​ຂອງ​ພະ​ພຸດ​ທະ​ເຈົ້າ

(GMT+08:00) 2011-11-08 11:55:33     cri
ຕາມ​ຂ່າວສານ​ຊິນ​ຮວາ,​ແຂ້ວ​ຂອງ​ພະພຸດທະ​ເຈົ້າ​ທີ່​ບັນຈຸ​ໃນອຸ​ລັງ​ຄະທາ​ດຈາກ​ວັດ​ຫຼິງ​ກວ່າ​ງພູ​ຊີ່​ຊ່ານ​ປັກ​ກິ່ງ​ຂອງ​ຈີນ​ໄດ້​ປະ​ດິດ​ສະ​ຖານ​ຢູ່​ວັດ​ທາດ​ອຸບ​ປາ​ຕະ​ສັນ​ຕິ​ທີ່​ຢູ່​ໃຈກາງ​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ​ໃນ​ວັນ​ທີ7​ພະ​ຈິກ​ນີ້​ເພື່ອ​ໃຫ້​ຊາວ​ພຸດ​ທະ​ສາ​ສະ​ນິກະ​ຊົນ​ຂອງ​ມຽນມາ​ທຳ​ການ​ສັກກາລະ​ບູຊາ.

ມື້​ດຽວ​ກັນ,ທ່ານ​ອູ່​ມິ່ນ​ມ໋ອງ ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ສາສະໜາມຽນມາ​ໄດ້​ພົບ​ປະ​ກັບ​ທ່ານ​ວາງ​ໂຈ້​ອ່ານ ຫົວໜ້າ​ກົມ​ວຽກ​ງານ​ສາສະໜາ​ແຫ່ງ​ຊາດ​ຈີນ​ແລ້ວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ:ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ຜ່ານ​ຈາກ​ການ​ແລ​ກປ່ຽນ​ທາງ​ດ້ານ​ພຸດ​ທະ​ສາ​ສະ​ໜາ​ຄື​ການ​ປະດິດສະຖານ​ອຸ​ລັງ​ຄະທາ​ດທີ່​ບັນຈຸແຂ້ວ​ຂອງ​ພະພຸດທະ​ເຈົ້າ​ໃຫ້​ຊາວ​ພຸດ​ທະ​ສາ​ສະ​ນິກະ​ຊົນ​ທຳ​ການ​ສັກ​ກາ​ລະ​ບູ​ຊາ,​ຍ່ອມ​ຈະ​ເພີ່ມ​ທະວີ​ມິດ​ຕະ​ພາບ​ລະຫວ່າງ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​​ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ