ອາ​ຊຽນ+3ປຶກສາ​ຫາລື​ການ​ຮ່ວມ​ມື​ໃນ​ດ້ານ​ສື່​ມວນ​ຊົນ​ໃໝ່ ​

(GMT+08:00) 2011-11-08 17:23:35     cri
ຕາມ​ຂ່າວcri: ວັນ​ທີ8ພະຈິກ​ນີ້, ງານ​ສຳ​ມະ​ນາ​ການ​ຮ່ວມ​ມືທາງ​ດ້ານ​ສື່​ມວນ​ຊົນລະຫວ່າງບັນດາ​ປະ​ເທດ​ອາ​ຊຽນ,ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຫຼື(10ບວກ3)ຄັ້ງ​ທີ4​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຈີ​ນານ​ແຂວງ​ຊານ​ຕຸ້ງຂອງ​ຈີນ,ງານ​ສຳ​ມະ​ນາ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ "​ເພີ່ມ​ທະວີ​ສຽງ​ຂອງ​ອາ​ຊີ,ພ້ອມ​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ",ມີ​80ກວ່າ​ຄົນ​ທີ່​ມາ​ຈາກສື່​ມວນ​ຊົນ​ທີ່​ສຳຄັນ​ຂອງ10ປະ​ເທດ​ຂອງ​ອາ​ຊຽນ,ຈີນ,ຍີ່ປຸ່ນ,ສ.​ເກົາຫຼີ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ຫວາງ​ຈົງ​ເຫວີຍ, ຮອງ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ໃນ​ກອງ​ປະຊຸມວ່າ:ການ​ພັດທະນາທີ່​ຂະຫຍາຍຕົວ​ໄວ​ທາງ​ດ້ານ​ເຕັກນິກ​​ດ້ານ​ອິນ​ເຕີ​ເນັດ​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ໃນ​ຂົງ​ເຂດຖະ​ແຫຼ​ງຂ່າວຢູ່​ພາກ​ພື້ນ. ປະ​ເທດ​ຕ່າງໆ​ຂອງ​ອາຊີ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ສື່​ມວນ​ຊົນ​ໃໝ່ຕື່ມ​ອີກ​ໂດຍ​ຖື​ອິນ​ເຕີ​ເນັດ​ເປັນ​ສຳຄັນ,​ໃນ​ເວລາ​ດຽວ​ກັນ​ກໍ່​ຄວນຊຸກຍູ້​ສ້າງຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ຢູ່​ເຂດ​ນີ້,​ການເພີ່ມ​ທະວີ​ໄມຕີ​ຈິດມິດຕະພາບ​​ເຊິ່ງກັນ​ແລະ​ກັນ,​ໄດ້​ສ້າງ​ບັນຍາກາດ​ທີ່​ດີ​ໃຫ້​ແກ່ປະ​ເທດ​ຕ່າງໆ​ໃນ​ໂລກ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ຮຽກຮ້ອງ​ໃຫ້​ສື່​ມວນ​ຊົນ​ຢູ່ຂົງ​ເຂດ​ນີ້​ລາຍ​ງານ​ປະຫວັດສາດ​ແລະ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ຕ່າງໆ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ແລະຢືນຢັນ​​​ຄວາມ​ກ້າວໜ້າ​ທາງ​ດ້ານ​ການ​ພັດທະນາ​ສັງຄົມ​ຂອງ​ປະ​ເທດ​ອື່ນໆໃຫ້​ຫຼາຍ​ກວ່າ​ເກົ່າ​,ສ້າງ​ຄວາມ​ເຂົ້າ​ໃຈ​ຢ່າງຈິງ​ໃຈ​ຕໍ່​ປະ​ເທດ​ອື່ນໆ​ໃຫ້​ຫຼາຍ​ກວ່າ​ເກົ່າ,ສະ​ແດງອອກ​ຄວາມ​ສາມາດ​ທີ່ບົ່ມ​ຊ້ອນແລະ​ມາດ​ຕະການ​ອັນລະອຽດໃນ​ດ້ານ​ການ​ຮ່ວມ​ມື​ກັນ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ