ກອງ​ປະຊຸມ​ພົບ​ປະ​ສ້າງສັນ​ສະມາ​ຄົມ​ລວມ​ສຳພັນ​ເຊື້ອສາຍ​ຈີນ​ຢູ່​ລາວ-​ຫວຽດນາມ-​ກຳປູ​ເຈຍ​ຄັ້ງ​ທີ່ V ​ໄຂ​ຂື້ນ​ຢູ່​ນະຄອນ​ຫຼວງ​ວຽງຈັນ

(GMT+08:00) 2011-11-09 15:07:45     cri


ໃນ​ຕອນ​ເຊົ້າວັນ​ທີ 9 ພະຈິກນີ້, ງານ​ພົບ​ປະ​ສັງ​ສັນ​ສຳພັນ​ຄົນ​ເຊື້ອສາຍ​ຈີນ​ຈາກ​ສປປລາວ ຫວຽດນາມ ​ແລະ​ກຳປູ​ເຈຍ​ ​ຄັ້ງ​ທີ່ V ​ໄດ້​ຈັດຂື້ນ​ຢ່າງ​ເປັນ​ທາງ​ການທີ່​ນະຄອນຫຼວງ​ວຽງ​ຈັນ​ ໂດຍພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ເຕົ້າ​ໂຮມ​ກຳລັງ, ສາມັກຄີປອງ​ດອງ, ຮ່ວມ​ສ້າງ​ໂອກາດ​ໃໝ່". ຜູ້​ໃຫ້ກຽດ​ເຂົ້າ​ຮ່ວມ​ຄັ້ງ​ນີ້ມີ​ ທ່ານ ດຣ ທອງ​ລຸນ ສິສຸ​ລິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ຖະຊວງ​ການ​ຕ່າງປະ​ເທດ​ລາວ, ທ່ານນາງ​ປູ​ຈຽນກົວ ​ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ລາວ, ທ່ານເລັ່ງ ສະຫວັນ​ວາລີ ປະທານ​ກອງ​ປະຊຸຸມ, ປະທານ​ສະມາຄົມ​ຈີນ, ທ່ານ​ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນຫຼວງວຽງຈັນ, ປະທານ​ກິດ​ຕິ​ມະ​ສັກ​ຂອງ​ສະມາຄົມ​ຈີນ​ແລະ​ບັນດາ​ແຂກ​ເຂົ້າຮ່ວມ​ເກືອບ 2000 ຄົນທີ່ມາ​ຈາກ 17 ປະ​ເທດ​ໃນ​ໂລກ. ​ໃນ​ນັ້ນ ຊາວ​ຈີນ​ທີ່ຢູ່​ຕ່າງປະ​ເທດ​ແມ່ນ 1200 ຄົນ.


ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ຍາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ໃຫ້​ກຽດຂື້ນ​ກ່າວ​ຄຳ​ປາ​ໃສ, ທ່ານ​​ໄດ້ຕາງໜ້າ​ລັດຖະບານ​ລາວສະ​ແດງ​ຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ​​ແກ່​ຊາວ​ເຊື້ອ​ສາຍ​ຈີນທີ່​ເຄີຍ​ດຳລົງ​ຊີວິດ​ຢູ່​ລາວ ຫວຽດນາມ​ແລະ​ກຳປູ​ເຈຍ ​ເຊິ່ງປະຈຸ​ບັນ​ໄດ້​ດຳລົງ​ຊີວິດ​ຢູ່​ທົ່ວ​ໂລກ​ ກັບ​ມາ​ພົບ​ປະ​ສັງ​ສັນ​ແລະ​ປຶກສາ​ຫາລື​ກັນ​ ​ເພື່ອ​ຫາ​ວິທີ​ແລະ​ເງື່ອນ​ໄຂ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ທີ່​ຕົນ​ກຳລັງ​ດຳລົງ​ຊິວິດ​ຢູ່. ​ໃນ​ປະ​ເທດ​ລາວ, ​ພີ່ນ້ອງ​ຊາວ​ຈີນ​ຕ່າງ​ດ້າວ​ກໍ່ໄດ້​ມີ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ລາວຄື​ກັນ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ແລະ​ທັງ​ໃຫ້ການ​ສະ​ໜັບ​ສະໜູນລັດຖະບານ​ລາວ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ສຶກສາ, ການ​ລົງທຶນ, ສ້າງ​ໂຮງ​ຈັກ​ໂຮງງານ, ຮ້ານ​ຄ້າຂາຍ ​ແລະ​ອື່ນໆ​ໃນ​ທົວປະ​ເທດ, ອາດ​ເວົ້າ​ໄດ້​ວ່າ ທຸກ​ພາລະ​ກຳ​ປະຫວັດສາດ​ທີ່​ເກີດ​ຂື້ນ​ໃນ​ຜື່ນ​ແຜນ​ດິນ​ລາວ​ແຫ່ງ​ນີ້ ພີ່ນ້ອງ​ເຊື້ອສາຍ​ຈີນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າທັງ​ໃນ​ອາ​ດີດ, ປັດຈຸບັນ​ແລະ​ເຊື່ອ​ວ່າ​ຈະ​ມີ​ຂື້ນ​ໃນ​ອານາ​ຄົດ​ຕໍ່​ໄປ.


ກອງ​ປະຊຸມ​ດັ່ງກ່າວ​ນີ້​ຈັດ​ຂື້ນ​ເປັນ​ປະຈຳ​ທຸກໆ 2ປີ, ຄັ້ງ​ນີ້​ແມ່ນ​ຄັ້ງ​ທີ V ​ເຊິ່ງ​ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ, ສ່ວນວ່າ​ຄັ້ງ​ທີ I ​ແລະ​ຄັ້ງ​ທີ II ​ໄດ້ຈັດ​ຢູ່​ສະຫະລັດອາ​ເມ​ລິ​ກາ, ຄັ້ງ​ທີ III ຈັດ​ຢູ່​ປະ​ເທດ​ຈີນ​ແລະ​ຄັ້ງ​ທີ IV ຈັດ​ຢູ່​ປະ​ເທດ​ກຳປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ