ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ

(GMT+08:00) 2011-11-10 11:04:50     cri

ວັນ​ທີ8​ພະຈິກ​ນີ້,ທ່ານ​ນາງທົງ​ສຽວ​ຫຼິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາຊຽນ​ໄດ້​ພົບ​ປະ​ກັບ​ທ່ານ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທັງ​ເປັນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ​ຂອງ​ລາວ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໃນ​ໄວໆ​ນີ້.ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານນາງ​ທົງ​ສຽວຫຼິງຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບຮອງ​ທີ່​ຈັດ​ຂຶ້ນ​ໂດຍ​ທ່ານ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ