ອາ​ຊຽນຈະລົງທຶນ60ຕື້​ໂດ​ລາ​​ເພື່ອ​ໃ​ຊ້ໃນ​ການ​ພັດທະນາ15​ໂຄງການ

(GMT+08:00) 2011-11-10 16:35:12     cri
ຕາມ​ຂ່າວສານ​ຈີນ: ສື່​ມວນ​ຊົນ​ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​​ໃນວັນ​ທີ10ພະຈິກ​ນີ້ວ່າ, ອາ​ຊຽນຈະ​ລົງທຶນ60ຕື້​ໂດ​ລາ​​ເພື່ອ​ໃ​ຊ້ໃນ​ການ​ພັດທະນາ15​ໂຄງການຢູ່​ພາກ​ພື້ນ​ອາ​ຊຽນ,​ເຊັ່ນ: ​ໂຄງການ​ກໍ່ສ້າງ​ທາງ​ຫຼວງ,​ໂຄງການຂ່າວສານ​ທາງ​ດ້ານ​ເຕັກນິກ​ວິທະຍາສາດ​,​ໂຄງການຊັ​ບພະຍາກອນ​ດ້ານ​ພະລັງງານ​​​ເປັນ​ຕົ້ນ,​ໃນ​ນັ້ນ,ລວມທັງ​ໂຄງການ​​ກໍ່ສ້າງ​ທາງ​ຫຼວງ​ແລະ​ຂົວ​ທີ່​ເຊື່ອມ​ຕໍ່ລະຫວ່າງ​ຈີນ​ກັບ​ຊູຣາບາ​ຢາ​ຂອງ​ອິນ​ໂດ​ເນ​ເຊຍ.

ທ່າ​ນນູຣາ ສວາຈາ​ຢາ, ​ເອກ​ອັກ​ຄະ​ລັດ​ຖະທູດ​ອິນ​​ໂດ​ເນ​ເຊຍ​ປະຈຳ​ອາ​ຊຽນກ່າວ​ໃນ​ວັນ​ທີ8ພະຈິກ​ນີ້​ວ່າ, ​ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ຫຼຸດຜ່ອນຄວາມ​ແຕກ​ຕ່າງ​ກັນ​ແລະ​ຄວາມ​ຫຼຸດ​​ໂຕນ​ກັນ​ທາງ​ດ້ານ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ.

​​ໃນ​ນັ້ນ,​ຈຳ​ນວນ15​ໂຄງການ​ໃຫຍ່​ນັ້ນ​ມີ3​ໂຄງການຈະ​ເລີ່​ມປະຕິບັດ​​ໃນ​ປີ2012,ຄື: ​ໂຄງການກໍ່ສ້າງທາງ​ຫຼວງ,ທາງ​ລົດ​ໄຟ​ແລະ​ໂຄງການ​ກໍ່ສ້າງ​ການ​ຂົນ​ສົ່ງ​ທາງ​ທະ​ເລ. ທ່ານ​ນູຣາ ສວາຈາ​ຢາ​ກ່າວ​ວ່າ,ສາຍທາງ​ລົດ​ໄຟຈະ​​ເຊື່ອມ​ຕໍ່​ກັບ​ອິນ​ໂດ​ເນ​ເຊຍ​ໂດຍ​ຜ່ານ​ຈີນ,ສິງກະ​ໂປ,ມະ​ເລ​​ເຊຍ​ແລະ​ປະ​ເທດ​ອື່ນໆ. ​ໃນ​ທາງ​ດ້ານ​ການ​ກໍ່ສ້າງ​ການ​ຂົນ​ສົ່ງທາງ​ທະ​ເລ,ຈະ​​ເປີດ​ເສັ້ນທາງເດີນ​ເຮືອ​ຫາ​ຟີ​ລິບ​ປິນ,ພາກ​ຕາ​ເວັນ​ອອກ​,​ໝູ່​ເກາະຣີອູ​​ຂອງ​ອິນ​ໂດ​ເນ​ເຊຍແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ