ເຄື່ອງ​ຊ່ວ​ຍ​ເຫຼືອ​ຈາກ​ຈີນ​ງວດ​ໃໝ່​ໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ໄດ້​ຂົນ​ສົ່ງ​ໄປ​ສູ່​ປະ​ເທດ​ໄທ​ແລ້ວ

(GMT+08:00) 2011-11-10 10:15:07     cri
ຕາມຂ່າວສານ​ຊິນ​ຮວາ, ວັນ​ທີ9​ພະຈິກ​ນີ້, ກະຊວງ​ການ​ຄ້າ​ຈີນ​ແຈ້ງວ່າ, ​ເຄື່ອງ​ຊ່ວ​ຍ​ເຫຼືອງ​ວດ​ໃໝ່​ລວມມູນ​ຄ່າ​ປະມານ40​ລ້ານ​ຢວນ ທີ່​ຈີນ​ຊ່ວຍ​ເຫຼືອ​ໄທ ​ໄດ້​ເລີ່​ມຂົນ​ສົ່ງ​ຈາກ​ສະໜາມ​ບິນ​ນະຄອນ​ເຈິ້ນ​ໂຈ່ວ​ແລະ​ສະໜາມ​ບິນ​ຜູ​ຕົງ​ນະຄອນ​ຊຽງ​ໄຮ​ໄປ​ສູ່​ໄທ​ແລ້ວ​ດ້ວຍ​ຍົນ​ເໝົາ​ລຳ​ສອງ​ລຳ. ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ລັດຖະບານ​ຈີນ​ຊ່ວຍ​ເຫຼືອ​ລັດຖະບານ​ໄທ​ໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້​ລວມມີ​ເຮືອ, ຈັກ​ດູດ​ນ້ຳ, ຈັກ​ບຳບັດນ້ຳ​ເປື້ອນ, ຢາຂ້າ​ເຊື້ອ​ພະຍາດ​ແລະ​ອື່ນໆ ທີ່​ລັດຖະບານ​ໄທ​ມີ​ຄວາມ​ຕ້ອງການ​ດ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ