ຈີນ​ຊຸກຍູ້​ການ​ສ້າງ​ຕັ້ງ​ສະມາຄົມສິດ​ຫຸ້ນ​ສ່ວນ​ແລະການປະກອບ​ທຸລະ​ກິດ​ແລະ​ການ​ລົງທຶນ​ອາຊີ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-11 16:17:32     cri
ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມສິດ​ຫຸ້ນ​ສ່ວນ​ແລະການປະກອບ​ທຸລະ​ກິດ​ແລະ​ການ​ລົງທຶນ​ອາຊີ​​ໄດ້​ສ້າ​ງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ນະຄອນ​ຊູ່​​ໂຈ່​ວທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ນີ້​ແມ່ນຈີນ​ຊຸກຍູ້​​ໃຫ້​ສ້າ​ງຕັ້ງ​ສະ​ຖາ​ບັນ​ການ​ເງິນ​ແບບ​ສາກົນ​ເທື່ອ​ທຳ​ອິດ.

ທ່ານ​ຫວາງ​ເວີຍ, ​ເລຂາທິການຂອງ​ສະມາຄົມສິດ​ຫຸ້ນ​ສ່ວນການ​ລົງທຶນ​ຈີນ​ກ່າວ​ວ່າ, ການ​ສ້າງ​ຕັ້ງ​ສະມາຄົມ​ນີ້​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ແລະ​ເສດຖະກິດ​ຟື້ນ​ຕົວ​ຂຶ້ນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ອາຊີ,ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຂອງ​ຈີນ​ຮຽນ​ແລະ​ປະຕິບັດ​ຕາມ​ຂໍ້​ກຳນົດ​ທີ່​ໂປ່​ງ​​ໃສ​ດ້ານ​ການ​ເງິນ​ໃຫ້​ຫຼາຍ​ກວ່າ​ເກົ່າ,ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງ​ບໍລິສັດ,ພ້ອມ​ທັງຊຸກຍູ້​ການ​ພັດທະນາ "ກຳລັງ​ອາຊີ".

ຂ່າວ​ແຈ້ງວ່າ,ຜູ້​ແທນ​ຂອງສະມາຄົມ​ກອງ​ທຶນ​ສິດ​ຫຸ້ນ​ສ່ວນ​ແລະ​ກາ​ນລົງທຶນ​ທີ່​ມາ​ຈາກ8​ເຂດ​ຄື: ​ແຜ່ນດິນ​ໃຫຍ່​ຈີນ,​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ,​ໄຕ້​ຫວັນຂອງ​ຈີນ​,ຍີ່ປຸ່ນ,ສ.​ເກົາຫຼີ,ອິນ​​ເດຍ,ອົສຕາ​ລີ​ແລະສິງ​ກະ​ໂປ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສ້າງ​ຕັ້ງ​ສະມາຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ