ຈີນ​ສົ່ງເຄື່ອງ​ກູ້​ໄພນ້ຳ​ຖ້ວມທີ່​ມີ​ມູນ​ຄ່​າ​ເຖິງ56ລ້ານ​ຢວນ​ໄປຊ່ອຍ​ເຫຼືອ​ໄທ

(GMT+08:00) 2011-11-16 11:39:13     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕາມ​ຂໍ້​ມູນ​ຈາກ​ດ່ານ​ພາສີ​ຂອງ​ຊຽງ​ໄຮ,​ ນັບ​ແຕ່​ວັນ​ທີ18 ​ເດືອນຕຸລາ​ແລ້ວ​ນີ້ເປັນ​ຕົ້ນ​ມາ,ຈີນ​ໄດ້​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ​ 8 ​ງວດ​ລວມມູນ​ຄ່າທັງ​ຫມົດເຖິງ 56 ລ້ານ​ຢວນ​ໄປ​ຊ່ອຍ​ເຫຼືອ​ໄທ​ໂດຍທ່າ​ກຳ​ປັ່ນ​ຊຽງ​ໄຮ.

ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ​ເຫຼົ່າ​ນີ້​ລວມມີ:​ເຮືອ​ກູ້​ໄພ,​ເຮືອ​ຢາງຊູຊີບ,​ເສື້ອ​ຊູຊີບ,​ຈັກເຮືອກູ້​ຊີວິດ, ພ້ອມ​ດ້ວຍ​ຕູບ​ຜ້າ​ເຕັ້ນ,ອຸປະ​ກອນຕອງນ້ຳ,​ເຄຶ່ອງບຳບັ​ດນ້ຳ​ເປື້ອນ​ແລະ​ອື່ນໆ,ທັງ​ຫມົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນທີ່ປະເທດ​ໄທ​ມີ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນເພື່ອ​ກູ້​ໄພ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.


ເພື່ອ​ສ້າງ​ທາງ​ສະດວດ​ໃນ​ການ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ໃຫ້​​ໄທ,ດ່ານ​ພາສີ​ຊຽງ​ໄຮ​ໄດ້ວາງ​ມາດ​ຕະການ​ສາມ​ລາຍ​,ຄື,ຫນຶ່ງ ​ສະຫນອງ​ການ​ບໍລິ​ການ​ຜ່ານ​ ​ດ່ານ​ທີ່​ພະນັກງານລໍຖ້າ​ຕະຫຼອດ 24 ຊົ່ວ​ໂມງ,​ເພື່ອ​ຮັບປະກັນ​ໃຫ້​​ແກ້​ໄຂ​ໃບ​ແຈ້ງ​ດ່ານ​ຂອງເຄື່ອງ​ຊ່ອຍ​ເຫຼືອ​​ໃນ​ມື້​ຫນຶ່ງ.ສອງ​ ອະນຸຍາ​ດ້​ເປັນ​ກໍລະ​ນີ​ພິ​ເສດ​ສຳລັບ​ເຄື່ອງ​ຊ່ອຍ​ເຫຼືອ​ຂອງ​ໄທທີ່​ຜ່ານ​ຈາກ​ດ່ານ​ພາສີ​, ປະຕິບັດ​ລະບຽບ​ການ​ຜ່ານ​ດ່ານ​ຢ່າງ​ສະ​ດວກ​ແລະ​ວ່ອງ​ໄວ​ທີ່​ບໍ່​ຕ້ອງ​ລໍຖ້າ​.ສຸດທ້າຍ​ກໍ່​ແມ່ນ​ສົ່ງ​ພະນັກງານ​ຜູ່​ເກັ່ງ​ຊີ້​ນຳ​ວຽກ​ງານຜ່ານ​ດ່ານ​​ຕະຫຼອດ​​ເວລາ​ສຳລັບ​ເຄື່ອງ​ຊ່ອຍ​ເຫຼືອ​ຂອງ​ໄທ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ