ຈີນ​ຄອງ​ຄອຍ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ກາ​ນພັດທະນາ​ຂອງ​ອາຊີ​ຕາ​ເວັນ​ອອກ

(GMT+08:00) 2011-11-16 10:20:18     cri
ວັນ​ທີ15​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານຫຼິວ​ເຈິ້ນ​ໝິນ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນຂອງ​ຝ່າຍ​ຕ່າງໆ, ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ ຈະ​ໄດ້ຜົນສຳ​ເລັດ​ອັນ​ຕັ້ງໜ້າ, ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຂະຫຍາຍຕົວ​ຕື່ມ​ອີກ​ຕາມ​ທິດ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ວັນ​ທີ18​ຫາ​ວັນ​ທີ19​ພະຈິກ​ນີ້, ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນອອກ​ຈະ​ໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ. ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາຊ​ຽນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນຈະ​ນຳພາ​ຄະນະຜູ້​ແທນ​ໄປ​ເຂົ້າ​ຮ່ວມ​ກອງປະຊຸມ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15​ພະຈິກ​ນີ້, ທ່ານຫຼິວ​ເຈິ້ນ​ໝິນກ່າວ​ວ່າ, ຈີນ​ຈະ​ໄປ​ເຂົ້າ​ຮ່ວມ​ກອງປະຊຸມ​ບົນ​ຈິດ​ໃຈ​ທີ່​ເພີ່ມ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ແລະ​ຊຸກ​ຍູ້​ກາ​ນຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຈີນ​ມີ​ຄວາມ​ຄອງ​ຄອຍ3​ຢ່າງ​ຕໍ່​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ​ເທື່ອ​ນີ້, ຄື: ​ເພີ່ມ​ຄວາມ​ສາມັກຄີ​ກັນ, ລົງ​ເລິ​ກການ​ຮ່ວມ​ມື​ກັນ​ແລະຊຸກ​ຍູ້​ກົນ​ໄກ​ຮ່ວມ​ມື​ກັນ​ໃນ​ດ້ານຕ່າງໆ​ໃຫ້​ກ້າວ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ