ທ່ານ​ເວີ່ນ​ເຈຍ​ປາວ​ເດີນທາງ​ໄປ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ

(GMT+08:00) 2011-11-17 10:53:13     cri
ຕອນ​ເຊົ້າ​ວັນ​ທີ17​ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາຊ​ຽນກັບ​ຈີນຄັ້ງ​ທີ14 ກໍ​ຄືກ​ອງປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາຊ​ຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ20​ປີ, ກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຄັ້ງ​ທີ14, ກອງ​ປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6​ແລະ​ການ​ພົບປະລະ​ຫວ່າງ​ຜູ້ນຳ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ. ຫຼັງ​ຈາກ​ນັ້ນ, ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ຈະ​ໄປ​ຢ້ຽມຢາມ​ບຼູ​ໄນ.

ນີ້​​ເປັນ​ຄັ້ງ​ທີ8​ແລ້ວ​ທີ່ທ່ານ​ເວີ່ນ​ເຈຍ​ປາວ​ໄປ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​. ​ໃນ​ໄລຍະ​ປະຊຸມ, ທ່ານ​ຍັງ​ຈະ​​ໄດ້ພົບ​ປະ​ກັບ​ຜູ້ນຳ​ຫຼາຍ​ປະ​ເທດຕື່ມ​ອີກ. ປີ​ນີ້​ແມ່ນ​ຈີນ​ອາຊ​ຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ20​ປີ, ​ໃນ​ກອງ​ປະຊຸມ, ທ່ານ​ເວີ່ນ​ເຈຍ​ປາວ​ຈະ​ມີ​ຂໍ້​ສະ​ເໜີ​ຕໍ່ການ​ລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງສອງ​ຝ່າຍ ​ເຊັ່ນ: ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ການ​​ເຊື່ອມ​ໂຍງ​ເຂົ້າກັນ, ​ແລະ​ຂົງ​ເຂດ​ສັງຄົມ​ແລະ​ວັດທະນະທຳ​ເປັນ​ຕົ້ນ. ກອງ​ປະຊຸມ​ຈະ​ເປີດ​ເຜີຍ​ຖະ​ແຫຼ​ງການ​ຮ່ວມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຈີນ​ແລະ​ອາຊຽນ​ເພື່ອ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ບັນດາ​ຝ່າຍ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ພັດທະນາ​ຂອງ​ກອງ​ປະຊຸມ​ສຸດ​ຍອດໃນ​ອະນາຄົດ, ສະຖານະ​ການ​ພາກ​ພື້ນ​ແລະ​ສາກົນ​ແລະ​ອື່ນໆ. ປີ​ນີ້, ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ຈະ​ເຂົ້າ​ເປັນ​ສະມາຊິກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ເປັນ​ທາງ​ການ, ຈີນ​ກ່າວ​ວ່າ, ຍິນ​ດີ​ຕ້ອນຮັບ​ແລະ​ເຊື່ອ​ວ່າ, ທັງສອງ​ປະ​ເທດ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ