ທ່ານ​ເວີ່ນ​ເຈຍ​ປາວ​ສິ້ນ​ສຸດ​ການ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະກັບ​ຄືນ​​ເຖິງປັກ​ກິ່ງ

(GMT+08:00) 2011-11-21 16:41:59     cri
ພາຍຫຼັງ​​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມຢາມ​ບຼູ​ໄນ​ຢ່າງ​ເປັນ​ທາງ​ການ​ແລ້ວ, ຕອນ​ບ່າຍ​ວັນ​ທີ21​ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​ກັບ​ຄືນ​​ເຖິງ​ນະຄອນຫຼວງປັກ​ກິ່ງ​ແລ້ວ.

​ໃນ​ໄລຍະ5​ວັນ​ຜ່ານ​ມາ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ​ເກືອບ30​ເທື່ອ. ​ໃນ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ​ໂດຍປິ່ນ​ອ້ອມ​ການ​ພົວພັນ​ຈີນ​ອາຊ​ຽນ, ການ​ຮ່ວມ​ມື​ລະຫວ່າງ​ອາຊ​ຽນກັບ​ຈີນ, ຍີ​ປຸ່ນ​ແລະສ.​ເກົາຫຼີ, ການ​ຮ່ວມ​ມື​ລະຫວ່າງ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ການ​ຮ່ວມ​ມື​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ຫົວ​ຂໍ້​ຕ່າງໆ, ​ແມ່ນ​ໄດ້ກ່າວ​ຄຳ​ປາ​ໄສ​ສຳຄັນ​ຫຼາຍ​ເທື່ອ, ​ໄດ້​ບັນຍາຍ​​ເຖິງຫຼັກ​ໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ອະນາຄົດ, ​ແລະ​ມີ​ຂໍ້​ລິ​ເລີ່​ມສຳຄັນ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ​ໄດ້​ສົ່ງ​ຂໍ້​ມູນຂ່າວສານ​ໃນ​ດ້ານ​ຕັ້ງໜ້າ​ຂອງ​ຈີນ​ທີ່​ຢາກ​ປະຕິບັດ​ທິດ​ທາງ​ການ​ຕ່າງປະ​ເທດກັບປະ​ເທດ​​ອ້ອມ​ຂ້າງ ທີ່​​ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ​​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ຄູ່, ຍຶດຖື​ນະ​ໂຍບາຍ​ແລະ​ທັດສະນະ​ຄະຕິ​ທີ່​ພັດທະນາ​ໂດຍ​ສັນຕິ​ແລະ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ ​ໃຫ້​ຝ່າຍ​ຕ່າງໆ.

​ໃນ​ໄລຍະ​ປະຊຸມ, ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ປະ​ເທດ​ຕ່າງໆ​ທີ່​ມາ​ຮ່ວມ​ປະຊຸມ​ຢ່າງ​ກວ້າງ​ຂວາງ, ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າ​ງສອງ​ຝ່າຍ​ແລະ​ການ​ຮ່ວມ​ມື​ໃນ​ພາ​ກພື້ນ​ອາຊີ​ຕາ​ເວັນ​ອອກ, ​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນຫຼາຍ​ຢ່າງ.

​ໃນ​ໄລຍະ​ຢ້ຽມຢາມ​ບຼູ​ໄນ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ບຼູ​ໄນ, ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​​ຖານ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ, ​ໄດ້​ວາງ​ແຜນ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ