ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ອາຊີ​ປາຊີ​ຟິກ

(GMT+08:00) 2011-11-23 16:22:53     cri
ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ວັນ​ທີ21​ພະຈິກ​ນີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຕ້າຍ​ປີງ​ໂກວ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ປະກອບ​ຄຳ​ເຫັນຫຼາຍ​ຂໍ້​ກ່ຽວ​ກັບ​ບັນຫາ​ອາຊີ​ປາຊີ​ຟິກ.

ທ່ານ​ຕ້າຍ​ປີງ​ໂກວກ່າວ​ວ່າ,ສະຕະວັດ​ທີ21​ຄວນ​ແມ່ນ​ສະຕະວັດ​ທີ່​ໜ່ວຍ​ໂລກ​ມວນ​ມະນຸດ​ມີ​ສັນ​ຕິ​ພາບ,​ການ​ພັດທະນາ​ແລະ​ການ​ຮ່ວມ​ມື.​ເວົ້າ​ສຳລັບ​ພາກ​ພື້ນ​ອາຊີ​ປາຊີ​ຟິກທີ່​ເປັນ​ສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ໜ່ວຍ​ໂລກ​ເຮົາ,ສະຕະວັດ​ທີ21​ກໍ່​ຄວນ​ແມ່ນ​ສະ​ຕະ​ວັດ​ທີ່​ມີ​ສັນຕິພາບ,ການ​ພັດທະນາ​ແລະ​ການ​ຮ່ວມ​ມື.

ທ່ານ​ຕ້າຍ​ປີງ​ໂກວກ່າວຕໍ່​ໄປ​ວ່າ,ຖ້າ​ຢາກ​ຮັກສາ​ສັນຕິພາບອັນ​ຖາວອນ​ຂອງ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ,ທຸກ​ຄົນ​ລ້ວນ​ແຕ່​ຄວນ​ເປັນ​ຜູ່​ປົກ​ປັກ​ຮັກສາ​ແລະ​ຊຸກ​ຍູ້​ສັ​ນຕິ​ພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ເຄົາລົບ​ເຊິ່ງກັນ​ແລະ​ກັນ,ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​,ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ປອງດອງ​ກັນ​ແ​ລະ​ພັດທະນາ​ຮ່ວມ​ກັນ.

ທ່ານ​ຕ້າ​ຍປີງ​ໂກ​ວກ່າວຕື່ມ​ວ່າ,ພາກ​ພື້ນ​ອາຊີ​ປາຊີ​ຟິກມີ​ສະພາບ​ຫຼາຍ​ດ້ານທີ່​ຕ່າງ​ກັນ​ກັບພາກ​ພື້ນ​ອື່ນໆ,ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຮັດ​ອັນ​ໃດ,ບໍ່​ເຮັດ​​ອັນ​​ໃດ,ຈະ​ເຮັດ​ແນວ​ໃດ,​ເຮັດ​ໃນ​​ເວລາ​ໃດຊຶ່ງ​​ເຫຼົ່າ​ນີ້​ ​ລ້ວນ​ແຕ່​ຄວນ​ປະຕິບັດ​ຕາມ​ສະພາ​ບຕົວ​ຈິງ​ແລະ​ບົດຮຽນ​ອັນ​ປະ​ເສີດ​ຂອງ​ພາກ​ພື້ນ​ນີ້,ປະສານ​ງານ​ຢ່າງ​ເຕັມທີ່,ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້,​​ຄຳນຶງເຖິງ​ຄວາມ​ຮູ້ສຶກ​ພໍ​ໃຈ​ຫຼື​ບໍ່​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ຕ້າຍ​ປີງ​ໂກວກ່າວ​ວ່າ, ໃນ​ຖານະ​ເປັ​ນສະມາຊິກ​ຂອງ​ມະຫາ​ຄອບຄົວ​ອາຊີ, ຈີນ​ທະ​ໜຸຖະ​ໜອມທີ່​ສຸດ​ຕໍ່​ສະຖານະ​ພາບ​ທີ່​ດີ​ທີ່​ໄດ້​ມາ​ດ້ວຍ​ຄວາມ​ລຳບາກ​ຂອງ​ພາກ​ພື້ນ​ອາຊີ,ຈີນ​ຈະ​ຮ່ວມ​ກັບປະ​ເທດ​ໃນ​ອາຊີ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ,ບໍ່​ລົດ​ລະ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກສາ​ແລະ​ຊຸກ​ຍູ້​ສັນຕິພາບ,ສະຖຽນລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ