ຜູ່ຊ່ຽວຊານ​ສະ​ເໜີ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ກິລາ​ມວນຊົນ

(GMT+08:00) 2011-11-23 16:39:36     cri
ຕາມ​ຂ່າ​ວສານ​ຊິນ​ຮວາ: ຢູ່​ທີ່​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການພັ​ດທະນາ​ແລະ​ການ​ຮ່ວມ​ມື​ດ້ານ​ກິລາ​ມວນຊົນ​ພາກ​ພື້ນ​ອາຊີ​ແລະໂອ​ຊີ​ອາ​ນີ​ແລະ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ດ້ານ​ກິລາ​ມວນຊົນຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ,ທ່ານ​ລູ​ຢວນ​ເຈີ້ນ ອາຈານ​ສອນ​ນັກ​ສຶກສາ​ປະລິນຍາ​ເອກ,ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ວິທະຍາສາດ​ການ​ກິລາ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ຮວາ​ນານ​ຈີນ​ກ່າວ​ວ່າ,ຈີນ​ແລະ​ປະ​ເທດ​ອາ​ຊຽນຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກິລາມວນຊົນຜ່ານ2​ດ້ານ​ຄືຜ່ານ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ແລະ​ຜ່ານ​ໂຄງ​ການ​ວັດທະນະທຳ.

ທ່ານ​ລູຢວນ​ເຈີ້ນ​ກ່າວ​ວ່າ,ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແມ່ນ​ກຳລັງ​ແຮງ​ອັນ​ໜຶ່ງ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ປະ​ຫວັດ​ສາດ,​ຄວາມ​ຕ້ອງການ​ຕໍ່​ວັດທະນະທຳ​ກິລາ​ແມ່ນ​ທ່າ​ອ່ຽງອັນ​ໜຶ່ງ​ໃນ​ການ​ພັດທະນາ​ວັດທະນະທຳ​ກິລາ​ຂອງ​ໂລກ​ໃນ​ສະຕະວັດ​ທີ21,​ແນ່ນອນ​ວ່າຈະ​ພາ​ໃຫ້​ມີ​ການ​ແລກປ່ຽ​ນດ້ານ​ວັດທະນະທຳ.

ທ່ານ​ລູ​ຢວນ​ເຈີ້ນ​​ເຫັນ​ວ່າ,ຈີນ​ແລະ​ອາ​ຊຽນຄວນ​ຊຸກ​ຍູ້​ການຈັດ​ງານ​ມະຫາ​ກຳ​ກິລາ​ຕາ​ເວັນ​ອອກ​ທີ່​ມີ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ເປັນ​ຕົ້ນຕໍ,​ແລະ​ຖືວຽກ​ງານດ້ານ​ນີ້​ເປັນ​ເວທີ​ດຳ​ເນີນ​ງານ​​ແບບ​ສັນຍາ​ລັກ​ເພື່ອ​ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​ນານ​ຕໍ່​ໄປ,​ໃນ​ທີ່​ສຸດ​ກາຍ​ເປັນ​ສະພາບ​ທົ່ວ​ໂລກ​ດັ່ງທີ່​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຖື​ການ​ແຂ່ງຂັນ​ເປັນ​ຕົ້ນຕໍ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ກັບງານ​ມະຫາ​ກຳ​ກິລາ​ຕາ​ເວັນ​ອອກ​ທີ່​ຖື​ການ​ຫັດກາຍ​ບໍລິຫານຢ່ອນ​ອາລົມ​​ເປັນ​ຕົ້ນຕໍຂອງ​ປະ​ເທດ​ຕາ​ເວັນ​ອອກ​ເພື່ອຮ່ວມ​ກັນ​ສ້າງສາ​ວັດທະນະທຳ​ກິລາ​ທີ່​ດີ​ເດັ່ນ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ