​ເລຂາທິການ​ໃຫຍ່​ອາ​ຊຽນຍ້ອງຍໍອິນ​ໂດ​ເນ​ເຊຍ​ໄດ້ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ບັນດາກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ

(GMT+08:00) 2011-11-24 18:32:44     cri
ຕາມ​ຂ່າວ​ຈາກໜັງສືພິມ​ສາກົນລາຍ​ວັນ​ຂອງ​ອິນ​ໂດ​ເນ​ເຊຍ: ວັນ​ທີ22ພະຈິກ​ນີ້,ຢູ່ສຳນັກ​ເລຂາທິການອາ​ຊຽນ​ທີ່​ຕັ້ງ​ຢູ່ນະຄອນຫຼວງຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ,​ໃນ​ເວລາ​​ແຈ້ງ​ຜົນສຳ​ເລັດ​ຂອງ​ບັນດາກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນ​ອາທິດທີ່​ຜ່ານ​ມາຕໍ່ບັນດາ​ເຈົ້າ​ໜ້າ​ທີ່​ການທູດ​ຂອງ​ປະ​ເທດ​ຕ່າງໆ,ທ່ານ​ສຸລິນ ພິດ​ຊຸ​ວັນ, ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ຕີ​ລາຄາ​ຢ່າງ​ເຕັມສ່ວນ​ຕໍ່​ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ.

ທ່ານ​ສຸລິນ​ ພິດ​ສຸວັນ​ກ່າວ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19​ໄດ້​ຮັບຮອງ​ຜ່ານ "ຖະ​ແຫຼ​ງການ​ວ່າ​ດ້ວຍ​ສັນຍາ​ບາ​ຫຼີສະບັບທີ3",​ໄດ້​ຈັດ​ວາງ​ທິດ​ການ​ພັດທະນາ​ໃຫ້​ແກ່​ອາ​ຊຽນໃນ​ຖານະ​ເປັນ​ອົງການ​ພາກ​ພື້ນ​​ໃນ​ການ​ຍົກ​ສູງ​ຖານະຂອງ​ຕົນ​ໃນ​ວຽກ​ງານ​ສາກົນ ​. ນອກ​ນີ້, ອາ​ຊຽນຍັງ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກັບ5ປະ​ເທດ​ນິວ​ເຄຼຍກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຄົງ​ຄ້າງ​ທັງ​ໝົດ​ໃນ​ອະນຸ​ສັນຍາ​ຂອງ"ສັນຍາ​ວ່າ​ດ້ວຍ​ເຂດ​ປອດ​ອາວຸດ​ນິວ​ເຄຼຍຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້".

ທ່ານ​ສຸລິນ ພິດ​ສຸວັນ​ກ່າວ​ວ່າ,ບົດບາດ​ຂອງອິນ​ໂດ​ເນ​ເຊຍ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ແມ່ນ​ເໝາະ​ສົມ,​ເພາະວ່າ​ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ອາ​ຊຽນປະ​ເທດ​ດຽວ​ໃນ​ກຸ່ມ20ປະ​ເທດ​,ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ດ້ານ​ການ​ຕ່າງປະ​ເທດ,ກໍ່​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​​ໄກ່​ເກ່ຍ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ