ຜູ້ອຳນວຍການຂອງ​ໂຮງຮຽນ​ທີ່ສອນ​ພາສາ​ຈີນ​ຂອງມະ​ເລ​ເຊຍ​ເກືອບ 100ຄົນ​ໄປ​ຝຶກ​ອົບຮົມ​ຢູ່​ແຂວງ​​ເສ​ສວນ​ຂອງ​ຈີນ

(GMT+08:00) 2011-11-25 16:06:05     cri
ຕາມ​ຂ່າວສາ​ນຈີນ: ວັນ​ທີ24ພະຈິກ​ນີ້, ພິທີ​ເປີດ​ຫ້ອງ​ຝຶກ​ອົບຮົມ​ຍົກ​ລະດັບ​ຜູ້ອຳນວຍການ​ໂຮງຮຽນ​ທີ່​ສອນ​ພາສາ​ຈີນ​ຂອງມະ​ເລ​ເຊຍ​ປີ2011​ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ເສ​ສວນ​ຂອງ​ຈີນ. ຜູ້ອຳນວຍການ,ຄູ​ອາຈານ​ຂອງ​ໂຮງຮຽນ​ມັດທະຍົມ​ແລະ​​ໂຮງຮຽນ​ປະຖົມ​ທີ່ສອນ​ພາສາ​ຈີນ​ຂອງ​ມະ​ເລ​ເຊຍທັງ​ໝົດ9​3ຄົນ​​ໄດ້​ເຂົ້າ​ຮ່ວມ​ຫຼັກສູດ​ຝຶກ​ອົບຮົມ​ແລະ​ກິດຈະກຳ​ແລກປ່ຽນ​ຊຶ່ງຈະ​ດຳ​ເນີນ​ເປັນ​ເວລາ16ວັນ.

​ເຈົ້າ​ໜ້າ​ທີ່​ການ​ສຶກສາ​ຂອງ​ມະ​ເລ​ເຊ​ຍກ່າວ​ວ່າ,ນັບ​ແຕ່ມີ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ,ການ​ສຶກສາດ້ານ​ພື້ນຖານ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ຈຸດປະສົງຂອງ​ການ​ເຂົ້າ​ຮ່ວມການ​ຝຶກ​ອົບຮົມ​ເທື່ອ​ນີ້​ແມ່ນ​ເພື່ອ​ຖອດ​ຖອນ​ບົດຮຽນ​ທີ່​ດີ​ຈາກຜົນສຳ​ເລັດ​ໃນ​ການ​ປະຕິ​ຮູບ​ການ​ສຶກສາດ້ານພື້ນຖານ​,ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງ​​ໃຫ້​ຜູ້ອຳນວຍການ​ໂຮງຮຽນ​ຂອງ​ມະ​ເລ​ເຊຍ,ຊຸກຍູ້​ການ​​ແລກປ່ຽນ​ຊຶ່ງ​ກັນ​ແລະກັນ​ລະຫວ່າງ​ຜູ້ອຳນວຍການ​ໂຮງຮຽນ​ແລະ​ຄູ​ອາຈານ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ