ງານ​ວາງສະ​ແດງ​ລົດຍົນ​ຈີນ-ອາ​ຊຽນຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫຼິວ​ໂຈ່​ວ​ເຂດ​ກວາງຊີ​ຂອງ​ຈີນ

(GMT+08:00) 2011-11-28 15:32:48     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ປະຊາຊົນ​ລາຍ​ວັນ: ງານ​ວາງສະ​ແດງ​ລົດຍົນ,​ເຄື່ອງ​ຈັກ​ຜະລິດ​ແລະ​ເຄື່ອງ​ອາ​​ໄຫຼ່​ຂອງ​ໂຄງການ​ຈີນ-ອາ​ຊຽນຄັ້ງ​ທຳ​ອິດຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ8ຫາ​ວັນ​ທີ10​ເດືອນ​ທັນວາ​ໜ້າ​ນີ້​ຢູ່​ສູນ​ວາງສະ​ແດງ​ສາກົນຂອງ​​ເມືອງ​ຫຼິວ​ໂຈ່​ວ​ເຂດ​ກວາງຊີ​ຂອງ​ຈີນຊຶ່ງ​ເປັນ​ສູນ​ວາງສະ​ແດງ​ທີ່​ສ້າງ​ໃໝ່.

​ເຄື່ອງ​ທີ່​ຈະ​ນຳ​ມາວາງສະ​ແດງຢູ່​ໃນ​ງານ​ແມ່ນ​ລົດຍົນ,​ເຄື່ອງ​ຈັກ​ຜະລິດ​ແລະ​ຊິ້ນ​ສ່ວນ​ອາ​ໄຫຼ່ຂອງ​ລົດຍົນ, ​ແມ່ນ​ງານ​ວາງສະ​ແດງ​ວິຊາ​ສະ​ເພາະ​ສາກົນ​ທີ່​ມີ​ລັກ​ພາກ​ພື້ນ​​ໂດຍ​ຖື​ຕະຫຼາດ​ຈີນ​ແລະຕະຫຼາດ​ອາ​ຊຽນ​ເປັນ​ຈຸດ​ສຸມ,​​ໃນ​ນັ້ນ​ລວມທັງ​ຕະຫຼາດ​ຂອງອິນ​ເດຍ,ອີຣານ,ອາ​ເມ​ລິ​ກາ​ໃຕ້​,​ເອີ​ລົບ​ຕາ​ເວັນ​ອອກ​ແລະ​ຕະຫຼາດ​ອື່ນໆ.

ປະຈຸ​ບັນ,ວິ​ສາ​ຫະກິດ​ທີ່​ສະ​ເໜີ​ຈຸດປະສົງ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​​ຄັ້ງ​ນີ້​ມີ​ຫຼາຍ​ກວ່າ 280​ແຫ່ງ,ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ງານ​ກວມ 24​​ເຂດແຂວງ​ແລະ​ເຂດ​ຂອງຈີນ, ​ແລະ​ມີ3ປະ​ເທດ​ຂອງ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ