ຄະນະ​ຜູ້​ແທນພະນັກງານ​ລາວ​ໄປ​ຄົ້ນຄວ້າ​ບົດຮຽນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ກວາງຊີ​ຈີນ

(GMT+08:00) 2011-11-28 14:38:31     cri
ວັນ​ທີ26​ພະຈິກ​ນີ້, ຢູ່​ນະຄອນ​ໜານ​ໜິງ ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ, ຄະນະ​ຜູ້​ແທນ​ພະນັກງານ​ລາວ​ທີ່​ນຳ​ໂດຍທ່ານ​ສົມ​ດີ ດວງ​ດີ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ແຫ່ງ​ສປປລາວ ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ກວາງຊີ, ຄົ້ນຄວ້າ​ຊ່ອງ​ທາງ​ໃໝ່​ເພື່ອ​ຊ່ວຍ​​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງມີ​ເຂັ້ມ​ແຂງ​ຢູ່​ເຂດ​ຊົນນະບົດ.

ຄະນະ​ຜູ້​ແທນ​ລາວ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​​ເຂດ​ກວາງຊີ​ທີ່​ນຳໃຊ້​ມາດ​ຕະການ​ຊຸກ​ຍູ້​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ບ້ານ​ໜຶ່ງ ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ສັງຄົມ​ຂອງ​ບ້ານ​ນັ້ນ​ໄດ້​ມີ​ການພັດທະນາ​ຢ່າງຮອບດ້ານ. ຕາ​ມຂ່າວ​ແຈ້ງວ່າ, ​ໃນ5ປີ​ຂ້າງ​ໜ້າ​ນີ້, ບ້ານ​ທຸກ​ຍາກ3​ພັນ​ບ້ານ​ຂອງ​ເຂດ​ກວາງຊີ​ຈະ​ໃຊ້​ຮູບ​ການ​ດັ່ງກ່າວ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງມີ​ເຂັ້ມ​ແຂງ.

ທ່ານ​ສົມ​ດີ ດວງ​ດີ​ກ່າວ​ວ່າ, ​ເຂດ​ກວາງຊີ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ໃຫຍ່​ຫຼວງ​ໃນ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ການ​ພັດທະນາ, ນີ້​ຈະ​ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ສຳລັບປະ​ເທດ​ລາວ. ຈຸດປະສົງການ​ມາ​ແລກປ່ຽນ​ແລະ​ຄົ້ນຄວ້າ​ການ​ພັດທະນາ​ວຽກ​ງານຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ກວາງຊີ, ​ແມ່ນ​ເພື່ອຢາກ​ຄົ້ນຄວ້າ​ຖອດ​ຖອນ​ເອົາບົດຮຽນ​ທີ່​ດີ​ຂອງ​ເຂດ​ກວາງຊີ, ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ລາວ​ໂດຍອີງ​ຕາມ​ສະພາບ​ຕົວ​ຈິງຂອງ​ແຕ່ລະ​ທ້ອງ​ຖິ່ນ​​ໃນ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ