ແຂວງ​ຢຸນນານຈີນ​ຢາກ​ສ້າງສູນ​ປູກ​ຜັກຫຼາຍ​ກວ່າ6​ແສນ6​ໝື່ນ​ເຮັກຕາ​​ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ການບໍລິ​ໂພ​ກຂອງ​ອາ​ຊຽນ​ແລະ​ເຂດ​ອື່ນໆ

(GMT+08:00) 2011-11-28 15:15:11     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 26 ພະຈິກ​ນີ້, ທ່ານ​ຈ່ຽງອີ້​ມີ​ງ ຫົວໜ້າ​ພະ​ແນ​ກ​ກະສິກຳ​ແຂວງ​ຢຸນນານ​ຈີນ​ກ່າວ​ວ່າ, ​ແຂວງ​ຢຸນນານ​ຈະສ້າງສູນ​ປູກ​ຜັກ​ເພື່ອ​ສົ່ງ​ອອກຈຳນວນ 6 ​ແສນ 6 ໝື່ນ 6 ພັນ​ກວ່າ​ເຮັກຕາ​​,​ເພື່ອ​ຍົກ​ສູງ​ມາດ​ຕະຖານ ​ແລະ ​ຂະໜາດ​ຂອງ​ຜັກ, ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ການບໍລິ​ໂພ​ກຂອງ​ອາ​ຊຽນ ​ແລະ ​ເຂດ​ອື່ນໆ.

ໃນ​ຖານະ​​ເປັນ​ແຂວງ​ໃຫຍ່​ທີ່​ສົ່ງ​ຜັກອອກ​ຂາຍ​ຫຼາຍທີ່​ສຸດ, ປີ2010ຜ່ານ​ມາ, ຜັກ​ທີ່​ຂາຍ​​ໄປ​ຍັງຕ່າງ​ແຂວງ ​ແລະ ຕ່າງປະ​ເທດ​ຈາກ​ແຂວງ​ຢຸນນານ​ມີ​ເຖິງ 4 ລ້ານ 5 ​ແສນ​ໂຕນ, ​ເພິ່ມຂຶ້ນ 3 ​ແສນ​ໂຕນ​​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ2009, ປັດຈຸບັນ, ຜັກ​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ກະສິກຳ​ທີ່​ສົ່ງ​ອອກ​ຫຼາຍ​ທີ່​ສຸດ​ຂອງ​ແຂວງ​ຢຸນນານ​ແລ້ວ, ​ໄດ້ສົ່ງ​ອອກ​​ໂດຍ​ກົງໄປ​ 30 ​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ ​ເຊັ່ນ, ສິງກະ​ໂປ,ມະ​ເລ​ເຊຍ, ​ໄທ ​ແລະ ຫວຽດນາມ​ເປັນ​ຕົ້ນ. ​ໃນ​ນັ້ນ,​ແຕ່​ເດືອນ​ມັງກອນ ຫາ ​ເດືອນ​ສິງຫາ​ປີ​ນີ້, ​ແຂວງ​ຢຸນນານ​ກໍ່​ສົ່ງຜັກອອກ​ຂາຍ​ໃຫ້​ໄທ​ຫຼາຍ​ກວ່າ 1 ໝື່ນ 1 ພັນ 346 ​ເທື່ອ, ລວມມີ 5 ໝື່ນ 9 ພັນ 700 ​ໂຕນ, ມູນ​ຄ່າ​ການ​ຄ້າ​ມີ 82 ລ້ານ 9 ​ແສນ 3 ໝື່ນ​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ