ຈີນ​ເພີ່​ມທະວີ​ການ​ແລກປ່ຽນ​ກັບ5ປະ​ເທດຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ​ໃນ​ດ້ານ​ເຕັກນິກ​ທາງ​ຊົນລະ​ປະທານ​

(GMT+08:00) 2011-11-29 15:12:11     cri
ຕາມ​ຂ່າວສານ​ຊີ​ນຮວາ: ນັກວິຊາການ​ດ້ານ​ຊົນລະປະທານ11ຄົນ​ທີ່​ມາ​ຈາກ5ປະ​ເທດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງເຊັ່ນ:​ຫວຽດນາມ,ກຳປູ​ເຈຍ,​ໄທ,ລາວ,ມຽນມາ​ແລະ​ອື່ນໆ​ແລະ​ກອງ​ເລຂາ​ ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ໄດ້​ສິ້ນ​ສຸດ​ການ​ຝຶກ​ອົບຮົມ​ຢູ່​ຈີນ​ໃນ​ອາທິດ​ແລ້ວ​ນີ້. ນີ້​ແມ່ນ​ຈີນ​ຈັດການ​ຝຶກ​ອົບຮົມ​ດ້ານ​ເຕັກນິກ​ທາງ​ຊົນລະປະທານ​ລຽນຕິດ​ເປັນປີທີ2​ໃຫ້​ແກ່​ປະ​ເທດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ.

​ໃນ​ການ​ຝຶກ​ອົບຮົມ​​ເທື່ອ​ນີ້​ໄດ້​ດຳ​ເນີນ​ເປັນ​ເວລາ10ວັນ,ຜູ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ໄດ້​ຮຽນ​ຮູ້​ຢ່າງເປັນ​ລະບົບ​ໃນ​ດ້ານ​ເຕັກນິກ​ການພະຍາກອນ​ໄພ​ນ້ຳ​ຖ້ວມ,​ແລະ​ທັດສະນະ
ສຶກສາ​ໂຄງການ​ປ້ອງ​ກັນ​ໄພ​ນ້ຳຖ້ວມ​ແມ່​ນ້ຳ​ຢາງ​ຊີ​ກຽງ,ປະຕູ​ນ້ຳ​ສາຂາ​ນ້ຳ​ຈິ່ງ​ຈ່ຽງ,​ເຂດ​ເກັບ​ນ້ຳນອງ​ສາຂາ​​ແມ່​ນ້ຳ​ຈິ່ງ​ຈ່ຽງ,​ໂຄງການ​ສ່າ​ນ​​ເຊຍ​ແລະ​ສະຖານີ​ອຸ​ທົກ​ກະສາ​ດຂອງ​​ເມືອງ​ຊ່າ​ຊື້.

ຜູ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ກ່າວ​ວ່າ,​ໃນ​ການ​ຝຶກ​ອົບຮົມ​ເທື່ອ​ນີ້​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ຢ່າງຫຼວງ​ຫຼາຍ,​ເພາະວ່າ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ​ຫາ​ແມ່​ນ້ຳຂອງກັບ​ເຂດ​ລ້ອງ​ແມ່​ນ້ຳ​ຢາງ​ຊີ​ກຽງ​ມີ​ລັກສະນະດ້ານ​ພູມ​ສັນຖານ​ທີ່​ຄ້າຍຄື​ກັນ,ບົດຮຽນ​ທີ່​ໄດ້​ຮັບ​ໃນ​ການ​ຝຶກ​ອົບຮົມ​ເທື່ອ​ນີ້​ບໍ່​ພຽງ​ແຕ່​ຈະ​ມີ​ຜົນ​ດີ​ຕໍ່ວຽກ​ງານ​ຂອງ​ຕົນ,​ແຕ່ຍັງ​ຈະ​ເຮັດ​​ໃຫ້​ປະ​ເທດທີ່​ຢູ່​ຕາມ​ແຄມ​ແມ່​ນ້ຳ​ລ້ານ​ຊ້າງ​ຫາ​ແມ່​ນ້ຳ​ຂອງ​ລວມທັງ​ມຽນມາ,ລາວ,​ໄທ,ກຳປູ​ເຈຍ​ແລະ​ຫວຽດນາມໄດ້​ຮັບ​ຜົນ​ປະ​ໂຫຍ​ດອີກດ້ວຍ.

ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ແລະ​ໄພ​ແຫ້ງ​ແລ້ງ​ທີ່ຮຸນ​ແຮງ​ເລື້ອຍໆ​. ​ໄພ​ນ້ຳ​ຖ້ວມ​ຍັງ​ແມ່ນ​​ໄພ​ຂົ່ມຂູ່​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ​ຢູ່​ເຂດ​ດັ່ງກ່າວ. ​ໃນ​ລະດູຝົນ​ຂອງ​ປີ​ນີ້,​ຢູ່ເຂດ​ລ້ອງ​ແມ່​ນ້ຳ​ເຈົ້າ​ພະຍາ​ຂອງ​ໄທ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ​ໃນ50ປີຜ່ານມາ,​ໃນ​​24​ແຂວງ​ແລະ​ນະຄອນ​ຂອງ​ກຳປູ​ເຈຍ​ມີ 19​ແຂວງ​​ແລະ​ນະຄອນ​ເກີດ​ໄພ​ນ້ຳ​ຖ້ວມ,​​ເຂດ​ສາມຫຼ່ຽມ​ປາກແມ່​ນ້ຳຂອງ​ຍ່ານ​ຫວຽດນາມ​ກໍ່​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​​ໃນ​ຫຼາຍລະດັບ​ຕ່າງກັນ.

ທ່ານ​ກ່າວ​ປົ່ວ, ຫົວໜ້າກົມການ​ຮ່ວມ​ມື​ສາກົນ​ແລະ​ເຕັກນິກ​ວິທະຍາສາດ​ຂອງ​ກະຊວງ​ຊົນ​ລະ​ປະທານ​ຈີນ​ກ່າວ​ວ່າ,​ໄພ​ນ້ຳ​ຖ້ວມ​ເກີດ​ຂຶ້ນ​ເລື້ອຍໆ,​ເຮັດ​ໃຫ້​ປະຊາຊົນ​ແລະ​ປະ​ເທດ​ທີ່ຢູ່​ຕາມເຂດ​ລ້ອງ​​ແມ່​ນ້ຳ​ແຫ່ຼງ​ດຽວກັນ​​ໄດ້ຮັບ​ຄວາມ​ລຳ​ບາກ​ຄື​ກັນ,ຈີນ​ຍິນ​ດີ​​ແລກປ່ຽນ​ບົດຮຽນທີ່​ສຳ​ເລັດ​ຜົນ​ແລະ​ເຕັກນິກ​ກັບປະ​ເທດ​ຕ່າງໆ​ທີ່ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ໃນ​ວຽກ​ງານຕ້ານ​ໄພ​​ແລະ​ຫຼຸດຜ່ອນ​ໄພພິບັດໂດຍ​ຜ່ານ​ການຈັດ​ຊຸດ​ຝຶກ​ອົບຮົມ​​ດ້ານເຕັກນິກ​ແບບ​ນີ້,​ເພື່ອ​ສະໜອງ​ການ​ຊ່ວຍ​ເຫຼືອ​​ຕາມ​ຄວາມ​ສາມ​າດຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ໃນ​ດ້ານ​ການ​ຕ້ານ​ໄພ​​ແລະ​ຫຼຸດຜ່ອນ​ໄພພິບັດ.

ຂ່າວ​ແຈ້ງວ່າ,​ ຈີນ​ໄດ້​ເລີ່​ມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ປະຈຳ​ປີ​ທີ່​ເລີ່​ມດຳ​ເນີນ​​ໃນ​ປີ1996ກັບ​ຄະນະ​ກຳມະການ​ແມ່​ນ້ຳຂອງ,ມີ​ຈຸດປະສົງ​ເພື່ອ​ປະກອບສ່ວນ​ຂອງຕົນ​ເຂົ້າ​ໃນ​ການ​ພັດທະນາ​ພາກ​ພື້ນ​ນີ້. ປີ2002,ກະຊວງ​ຊົນລະປະທານ​ຈີນ​ໄດ້​ເຊັນ​ສັນຍາ​ແຈ້ງ​ສະພາບຍາມ​ນ້ຳ​ຂຶ້ນກັບ​ກອງ​ເລຂາ​ຄະນະ​ກຳມະການ​ແມ່​ນ້ຳຂອງ,​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວສານ​ດ້ານອຸ​ທົກ​ກະສາ​ດ​ເປັນ​ໄລຍະ9ປີ​ລຽນຕິດໃຫ້​ແກ່​ປະ​ເທດ​ຕ່າງໆ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ