ຊຸດສຳ​ມະ​ນາ​ກ່ຽວ​ກັບທິດ​ສະ​ດີ​ລະຫວ່າງສອງ​ພັກ​ຈີນ-​ຫວຽດນາມ​ຄັ້ງ​ທີ 7 ​ຢູ່​ເມືອງ​ຊາງ​ໂຈ່​ວ ​ແຂວງ​ຈ່ຽງຊູ່ຈີນ

(GMT+08:00) 2011-11-29 12:09:19     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 28 ພະຈິກ​ນີ້, ຊຸດ​ສຳ​ມະ​ນາ​ກ່ຽວ​ກັບທິດ​ສະ​ດີ່ລະຫວ່າງ​ສອງ​ພັກຄອມ​ມູນິດ​ຈີນ-​ຫວຽດນາມ​ຄັ້ງ​ທີ 7 ພາຍ​ໃຕ້ຫົວ​ຂໍ້"ບົດຮຽນ​ທີ່​ເຮັດ​ວຽກ​ງານ​ປະຊາຊົນ​ໃຫ້​ດີ​ພາຍ​ໃຕ້​ສະຖານະ​ການ​ໃໝ່"ທີ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ແລະ ພັກ​ກອມ​ມູ​ນິດ​ຫວຽດນາມ​ພ້ອມ​ກັນ​ຈັດ​ຂຶ້ນ​ຢູ່​ເມືອງ​ຊາງ​ໂຈ່​ວ ​ແຂວງ​ຈ່ຽງຊູ່​ຂອງ​ຈີ​ນ. ທ່ານ​ຫຼີວຢູນສ່າ​ນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​, ເລຂາ​ຄະນະ​ເລຂາ​ສູນ​ກາງພັກ​ກອມ​ມູນິດ​ຈີ​ນ, ຫົວໜ້າ​ຄະນະ​ໂຄສະ​ນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ທ່ານດິນ​ເຊ​ຮູ​ນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງພັກ​ຄອມ​ມູນິດ​ຫວຽດນາມ​, ເລຂາ​ຄະນະ​ເລຂາ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະ​ນາ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ຊຸດ​ສຳ​ມະ​ນາ​ຄັ້ງ​ນີ້.

ໃນ​ພິທີ, ທ່ານຫຼີວຢຸນສ່າ​ນ ​ແລະ ທ່ານ​ດິນ​ເຊ​ສູນ​ຕ່າງ​ກໍ່ໄດ້ສະ​ເໜີ​ບົດ​ລາຍ​ງານ​ທີ່​ມີ​ຊື່​ວ່າ"ຖື​ການ​ສະ​ແຫວ​ງຫາ​ຄຸນຄ່າ​ຂອງປະຊາຊົນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ,​ເຮັດວຽກ​ງານ​ປະຊາຊົນ​ພາຍ​ໃຕ້​ສະຖານະ​ການ​ໃໝ່​ໃຫ້​ດີ​ຢ່າງ​ແທ້​ຈິງ" ​ແລະ "ພຶດຕິ​ກຳ ​ແລະ ບົດຮຽນ​ຕ່າງໆ​​ໃນ​ວຽກ​ງານ​ປະຊາຊົນ​ພັກ​ກອມ​ມູນນິດ​ຫວຽດນາມ"​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ