ປະທານ​ສະພາຈີນ​ພົບ​ປະ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ

(GMT+08:00) 2011-12-06 10:19:10     cri
ວັນ​ທີ5​ທັນວາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ອູ​ປາງ​ກົວ ປະທານ​ສ​ະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ແຮັງ ຊຳຣິມ ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.

ທ່ານ​ອູ​ປາງ​ກົວ​ກ່າວ​ວ່າ, ປີ2010ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ, ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່. ຈີນຍິນ​ດີ​ພະຍາຍ​າມຮ່ວມ​ກັບ​ກຳປູ​​ເຈຍ, ຮັກສາ​ທ່ວງທ່າ​ທີ່​ໃຫ້​ຜູ້ນຳ​ລະດັບ​ສູງ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ຢ່າງ​ມີ​​ໄມຕີ​ຈິດມິດຕະພາບ, ລົງ​ເລິກ​ການຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ, ພະຍາຍາມ​ເຮັດ​ໃຫ້​​ເປົ້າໝາຍດ້ານ​ການ​ເຕີບ​ໂຕ​ທາງ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ2015ນັ້ນ ​ໃຫ້ສຳ​ເລັດ​ຜົນ​ກ່ອນ​ເວລາ​ກຳນົດ. ​ເພີ່ມ​ທະວີ​ການຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມໝັ້ນຄົງ, ຮ່ວມ​ກັນ​ປາບ​ປາມ​ການ​ກະທຳ​ຜິດແລະ​ການ​ກໍ່​ການຮ້າຍຂ້າມ​​ແດນ​. ຮັດ​ແໜ້ນ​ການ​ປຶກສາ​ຫາລື​ແລະ​ປະສານ​ງານ​ໃນ​ວຽກ​ງານຫຼາຍ​ຝ່າຍ, ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ການ​ພົວພັນຄູ່​ຍຸດ​ທະ​ສາດຮອບ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ອຸດົມສົມບູນ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ແກ່​ປະຊາຊົນ​ສອງ​ຊາດ.

ທ່ານ​ແຮັງ ຊຳຣິນ ກ່າວ​ວ່າ, ລັດຖະບານ, ສະພາ​ແຫ່ງ​ຊາດ​ແລະ​ປະຊາຊົນ​ກຳປູ​ເຈຍ​ສຸດທິ​ທະນຸຖະໜອມ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ກັບ​ຈີນ​, ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຍິນ​ດີຮ່ວມ​ກັບ​ຈີນ, ຊຸກ​ຍູ້​ການ​ພົວພັນ​ກຳປູ​ເຈຍ​ຈີນ​ຂະຫຍາຍ​ໄປໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ກ່າວ​ຢ້ຳວ່າ, ກຳປູ​ເຈຍ​ຈະຍຶດໝັ້ນ​ປະຕິບັດ​ເໝືອນ​ດັ່ງ​ເຄີຍ​ປະຕິບັດ​ຜ່ານ​ມາ​ໃນ​ການ​ສະໜັບສະໜູນ​ນະ​ໂຍບາຍ​ຈີນ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ